ການຢ້ຽມຢາມໄດ້ດໍາເນີນໄປໃນສະພາບການໂລກ ພວມຢືນຢູ່ຕໍ່ໜ້າການຫັນປ່ຽນທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດຢ່າງເລິກເຊິ່ງ, ວ່ອງໄວ, ມີຜົນກະທົບເລິກເຊິ່ງກວ້າງຂວາງ, ມີລັກສະນະບາດລ້ຽວ ແລະສ່ອງແສງໃຫ້ເຫັນໄລຍະການຫັນປ່ຽນຈາກລະບຽບໂລກເກົ່າໄປສູ່ລະບຽບໂລກໃໝ່. ພາກພື້ນອາຊີ-ປາຊີຟິກ ແລະມະຫາສະໝຸດອິນເດຍ ຍັງຄົງຮັກສາບົດບາດໃຈກາງແຫ່ງການເຕີບໂຕຂອງເສດຖະກິດໂລກ, ແຕ່ກໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່.

ເລື່ອງທ່ານນາຍົກລັດຖະມົນຕີສະໂລວາກີ ເລືອກມາຫວຽດນາມ ຢ້ຽມຢາມເປັນປະເທດທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຕໍ່ການພົວພັນ ຫວຽດນາມ-ສະໂລວາກີ, ກໍ່ຄືຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ.

ຫວຽດນາມ ແລະ ສະໂລວາກີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມ, ເຊິ່ງໄດ້ຮັບການສືບທອດ ແລະເສີມຂະຫຍາຍຈາກການພົວພັນລະຫວ່າງຫວຽດນາມ ແລະ ເຊັກໂກສະໂລວາກີ. ກ່ຽວກັບດ້ານການເມືອງ-ການທູດ, ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກລະດັບ ແລະ ການພົບປະຂັ້ນສູງຢ່າງເປັນປະຈໍາ, ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ເວທີປາໄສຫຼາຍຝ່າຍ... ພັກກຳອຳນາດແນວທາງ-ປະຊາທິປະໄຕສັງຄົມ (Smer-SD) ແລະ ບັນດາພັກການເມືອງອື່ນໆ ໃນພັນທະມິດກໍາອໍານາດຂອງທ່ານນາຍົກລັດຖະມົນຕີ ກໍ່ໄດ້ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືດ້ານການເມືອງ ກັບພັກກອມມູນິດຫວຽດນາມ. ການຮ່ວມມືຜ່ານຊ່ອງທາງສະພາແຫ່ງຊາດ ໄດ້ຮັບການຮັກສາໄວ້ຢ່າງເປັນປະຈໍາໂດຍຜ່ານການແລກປ່ຽນຄະນະຜູ້ແທນກັບບັນດາກຳມາທິການສະເພາະກິດ.

leftcenterrightdel
ຫວຽດນາມ - ສະໂລວາກີ ຍົກລະດັບການພົວພັນສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ໃນໄລຍະຜ່ານມາ, ການຄ້າສອງຝ່າຍມີບາດກ້າວເຕີບໂຕຢ່າງຕັ້ງໜ້າ, ດ້ວຍວົງເງິນການຄ້າສອງສົ້ນໃນປີ 2025 ບັນລຸ 1,78 ຕື້ໂດລາສະຫະລັດ. ໄລ່ຮອດເດືອນທັນວາ ປີ 2025, ສະໂລວາກີ ມີ 16 ໂຄງການລົງທຶນໂດຍກົງທີ່ຍັງມີຜົນສັກສິດຢູ່ຫວຽດນາມ ດ້ວຍເງິນລົງທຶນຈົດທະບຽນທັງໝົດແມ່ນ 140,87 ລ້ານໂດລາສະຫະລັດ, ຢູ່ອັນດັບທີ 47 ໃນຈໍານວນ 153 ປະເທດ ແລະ ເຂດແຄ້ວນທີ່ລົງທຶນ ຢູ່ຫວຽດນາມ. ໃນນັ້ນ, ມີ 2 ໂຄງການ ໄດ້ລົງທຶນໃສ່ຂົງເຂດອຸດສາຫະກຳປຸງແຕ່ງ ແລະປະດິດສ້າງ, 1 ໂຄງການດໍາເນີນທຸລະກິດອະສັງຫາລິມະຊັບ ແລະ 2 ໂຄງການລົງທຶນໃສ່ຂົງເຂດກໍ່ສ້າງ. ຫວຽດນາມ ກໍ່ມີ 1 ໂຄງການລົງທຶນ ຢູ່ສະໂລວາກີ ດ້ວຍເງິນລົງທຶນທັງໝົດແມ່ນ 447.000 ໂດລາສະຫະລັດ, ຖືກຈັດຢູ່ອັນດັບທີ 74 ໃນຈໍານວນ 85 ປະເທດ ແລະເຂດແຄ້ວນທີ່ມີການລົງທຶນຂອງຫວຽດນາມ. ສະໂລວາກີ  ແມ່ນໜຶ່ງໃນບັນດາປະເທດເອີລົບ (EU) ທີ່ໄດ້ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ EVIPA ໄວທີ່ສຸດ (ໃນເດືອນກຸມພາ 2023).

ການຮ່ວມມືດ້ານການສຶກສາ-ບໍາລຸງກໍ່ສ້າງ, ແຮງງານ ແລະການທ່ອງທ່ຽວ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະຊຸກຍູ້ຈາກສອງຝ່າຍ. ການຮ່ວມມືດ້ານແຮງງານໄດ້ຮັບການຜັນຂະຫຍາຍ ບົນພື້ນຖານບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານແຮງງານ (MOU) ປີ 2008, ໄດ້ນຳເອົາຜູ້ອອກແຮງງານທີ່ມີສີມືສູງຂອງຫວຽດນາມ ໄປເຮັດວຽກ ຢູ່ສະໂລວາກີ. ກ່ຽວກັບດ້ານການທ່ອງທ່ຽວ, ຫວຽດນາມ ໄດ້ນໍາ ສະໂລວາກີ ເຂົ້າໃນບັນຊີລາຍຊື່ຍົກເວັ້ນວີຊາຕາມໂຄງການສົ່ງເສີມພັດທະນາການທ່ອງທ່ຽວໃນເດືອນສິງຫາ ປີ 2025.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະບັນລຸໄດ້ໝາກຜົນທີ່ຕັ້ງໜ້າບົນພື້ນຖານບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2015. ສອງຝ່າຍໄດ້ເພີ່ມທະວີການສົມທົບກັນໃນຂອບເຂດໜັງສືເຈດຈຳນົງ ວ່າດ້ວຍການເພີ່ມທະວີການຮ່ວມມືສອງຝ່າຍໃນຂົງເຂດຕ້ານ ແລະສະກັດກັ້ນອາດຊະຍາກຳ ປີ 2025.

ເລື່ອງຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີສະໂລວາກີ ມາຢ້ຽມຢາມຢ່າງເປັນທາງການ ແມ່ນສະແດງໃຫ້ເຫັນເຖິງແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ມະຕິເລກທີ 59-NQ/TW ລົງວັນທີ 24 ມັງກອນ ປີ 2025 ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.

ການຢ້ຽມຢາມຍັງເປັນການຢັ້ງຢືນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກປັບປຸງສາຍພົວພັນກັບບັນດາປະເທດເພື່ອນມິດອັນເປັນມູນເຊື້ອ, ໃນນັ້ນມີສະໂລວາກີ; ສະແດງໃຫ້ເຫັນຄວາມຕັດສິນໃຈພ້ອມກັບ ສະໂລວາກີ ຊຸກຍູ້ສາຍພົວພັນສອງປະເທດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນຂົງເຂດການເມືອງ-ການທູດ, ເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ວິທະຍາສາດ-ເຕັກໂນໂລຢີ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກໍາ, ສິ່ງແວດລ້ອມ, ວັດທະນະທໍາ, ການສຶກສາ, ແຮງງານ, ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ... ເຊິ່ງສອດຄ່ອງກັບການຍົກລະດັບສາຍພົວພັນສອງຝ່າຍໃນສະພາບການໃໝ່.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ  Robert Fico ນາຍົກລັດຖະມົນຕີສະໂລວາກີ ຈະປະສົບຜົນສຳເລັດຢ່າງຈົບງາມ, ນຳສາຍພົວພັນສອງຝ່າຍຫວຽດນາມ-ສະໂລວາກີ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ເຕັມໄປດ້ວຍການຈະເລີນເຕີບໂຕ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ.

ໂດຍ: ທູຈາງ