ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະກັບນາຍົກລັດຖະມົນຕີ ແລະປະທານສະພາແຫ່ງຊາດລາວ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດລາວ, ຕອນບ່າຍວັນທີ 5 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນຫຼາຍຂົງເຂດ, ເນັ້ນໜັກວ່າ ສອງຝ່າຍຕ້ອງຮີບເຮັ່ງ, ເດັດດ່ຽວຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດຖະບານໃຫ້ມີປະສິດທິຜົນ; ພ້ອມກັນນັ້ນອຳນວຍຄວາມສະດວກກວ່າໃຫ້ແກ່ວິສາຫະກິດສອງປະເທດລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ແຕ່ລະຝ່າຍ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນສ້າງແຜນການ ແລະຈັດບັນດາວັນບຸນໃຫຍ່ໃຫ້ເປັນຢ່າງດີ; ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ບັນດາກົນໄກອະນຸພາກພື້ນ; ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງ ອາຊຽນ ແລະຮັກສາສຽງເວົ້າລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານປະທານສະພາແຫ່ງຊາດ ໄຊສົມພອມ ພົມວິຫານ. ພາບ: ສໍານັກຂ່າວສານຫວຽດນາມ |
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ພົບປະກັບທ່ານ ໄຊສົມພອມ ພົມວິຫານ, ປະທານສະພາແຫ່ງຊາດລາວ.
ການນຳສອງທ່ານໄດ້ເຫັນເອກະພາບເພີ່ມທະວີການຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງປະເທດໃຫ້ມີປະສິດທິຜົນ; ສືບຕໍ່ແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ, ການຢ້ຽມຢາມຂອງການນຳສອງສະພາແຫ່ງຊາດ ແລະບັນດາກຳມາທິການສະພາແຫ່ງຊາດເປັນປະຈຳ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ຄວາມໝັ້ນຄົງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນທ້ອງຖິ່ນ.
ໂດຍ: ກວຽດເຕິມ