ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຈີນ ໃນໄລຍະທາງພັດທະນາໃໝ່
ກປ.ອອນໄລ - ຕອນບ່າຍວັນທີ 4 ກຸມພາ, ຢູ່ນະຄອນຫຼວງປັກກິ່ງ, ໃນຂອບເຂດການຢ້ຽມຢາມຈີນ ເພື່ອແຈ້ງໃຫ້ຊາບກ່ຽວກັບຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສະຫາຍ ເລຮ່ວາຍຈູງ, ກຳມະການກົມການເມືອງ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ.
ທີ່ການພົບປະ, ທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຕີລາຄາສູງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ເລືອກຕັ້ງຄະນະການນຳຊຸດໃໝ່, ວາງອອກທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່, ເປີດສັງກາດໃໝ່ແຫ່ງການພັດທະນາຂອງຊາດຫວຽດນາມ. ທ່ານ ສີຈີ້ນຜິງ ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນໍາໜ້າ ຈະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຢ່າງມີໄຊ, ກໍ່ສ້າງລັດທິສັງຄົມນິຍົມໃຫ້ສອດຄ່ອງກັບສະພາບການຂອງປະເທດ, ປະຕິບັດສໍາເລັດສອງເປົ້າໝາຍ “100 ປີ” ເນື່ອງໃນໂອກາດສ້າງຕັ້ງພັກ (2035) ແລະ ສ້າງຕັ້ງປະເທດ ປີ (2045).
ທ່ານ ສີຈີ້ນຜິງ ຢືນຢັນ ພ້ອມແລ້ວທີ່ຈະຮັກສາການແລກປ່ຽນຍຸດທະສາດຢ່າງເປັນປະຈໍາກັບທ່ານເລຂາທິການໃຫຍ່ ໂຕເລິມ. ທ່ານ ສີຈີ້ນຜິງ ປາດຖະໜາໃຫ້ສອງຝ່າຍຍົກສູງຄຸນນະພາບ, ປະສິດທິຜົນບັນດາຂົງເຂດຮ່ວມມື, ສົ່ງເສີມການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ, ມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ.
    |
 |
|
ທ່ານ ເລຮ່ວາຍຈູງ ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ. ພາບ: ກົງຕວຽນ |
ສ່ວນທ່ານ ເລຮວ່າຍຈຸງ ໄດ້ແບ່ງບັນໝາກຜົນສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XIV; ພ້ອມກັນນັ້ນ, ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແລະທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າການຊຸກຍູ້ການພົວພັນຮ່ວມມືກັບຈີນ; ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຈີນ ໃນໄລຍະທາງພັດທະນາໃໝ່. ທ່ານ ເລຮ່ວາຍຈູງ ຢືນຢັນວ່າ ບັນດາອົງການພົວພັນຕ່າງປະເທດ ແລະອົງການການທູດຂອງສອງພັກ ແລະສອງປະເທດຕັດສິນໃຈ ແລະບັນລຸຄວາມຮູ້ລວມກ່ຽວກັບການຜັນຂະຫຍາຍມາດຕະການແນໃສ່ຫັນແນວຄິດຊີ້ນໍາຂອງການນຳຂັ້ນສູງສຸດຂອງສອງພັກ ແລະສອງປະເທດເປັນລະອຽດ, ມານະພະຍາຍາມນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ, ພັດທະນາຢ່າງແທດຈິງ, ເລິກເຊິ່ງກ່ວາອີກ.
ໂດຍ: ທູຈາງ