ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ພົບປະກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ
ກປ.ອອນໄລ - ຕອນບ່າຍວັນທີ 5 ກຸມພາ, ທີ່ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ.
ທີ່ການພົບປະ, ປະທານສະພາແຫ່ງຊາດ ສອງທ່ານໄດ້ເນັ້ນໜັກວ່າ ການຢ້ຽມຢາມ, ການພົບປະທີ່ເປັນປະຈຳລະຫວ່າງການນຳ ແລະສະມາຊິກສະພາແຫ່ງຊາດຂອງສອງປະເທດໄດ້ອຳນວຍຄວາມສະດວກສຳລັບການແລກປ່ຽນປະສົບການໃນການເຄື່ອນໄຫວນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະການຕັດສິນກ່ຽວກັບບັນຫາສຳຄັນຂອງແຕ່ລະປະເທດ. ຄຽງຂ້າງນັ້ນ, ການສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດຂອງສະຫະພັນລັດຖະສະພາໂລກ (IPU) ແລະສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA), ໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງແຕ່ລະປະເທດ, ພ້ອມທັງແຜ່ຂະຫຍາຍສຽງລວມເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງໃນພາກພື້ນ.
    |
 |
|
ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. ພາບ: ສໍານັກຂ່າວສານຫວຽດນາມ |
ປະທານສະພາແຫ່ງຊາດສອງທ່ານໄດ້ສະເໜີໃຫ້ສອງອົງການນິຕິບັນຍັດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ; ຍູ້ແຮງການຮ່ວມມືລະຫວ່າງຄະນະກຳມາທິການຂອງສະພາແຫ່ງຊາດ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາຍິງ, ສະມາຊິກລັດຖະສະພາໜຸ່ມ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໃນນັ້ນມີບັນດາທ້ອງຖິ່ນ, ສະພາປະຊາຊົນທ້ອງຖິ່ນ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນເສັ້ນຊາຍແດນແຫ່ງມິດຕະພາບ; ຮ່ວມມື ແລະພັດທະນາ; ແບ່ງປັນຂໍ້ມູນ ແລະປະສົບການໃນການສັບຊ້ອນ ແລະສໍາເລັດການຈັດຕັ້ງກົງຈັກບັນດາອົງການສະພາແຫ່ງຊາດ.
ເນື່ອງໃນໂອກາດບຸນປີໃໝ່ ປີມະເມຍ 2026, ທ່ານປະທານສະພາແຫ່ງຊາດລາວ ໄດ້ສົ່ງຄຳອວຍພອນອັນດີງາມມາຍັງສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ, ອວຍພອນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ໂດຍ: ຈາງຫງວຽນ