ທ່ານ ໂຕເລິມ ເລຂາທິການໃຫຍ່ ເປັນສັກຂີພິຍານພິທີມອບເອກະສານຮ່ວມມືຫວຽດນາມ-ລາວ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດລາວ, ຕອນເຊົ້າວັນທີ 5 ກຸມພາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ເປັນສັກຂີພິຍານພິທີມອບເອກະສານຮ່ວມມື ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື, ປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສະມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດຫວຽດນາມ ແລະລາວ ກວ່າອີກ.
ເຂົ້າຮ່ວມພິທີຍັງມີທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທງເໝີ໊ນ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຂອງສອງປະເທດຫວຽດນາມ ແລະລາວ ອີກດ້ວຍ.
ເອກະສານຮ່ວມມືເຊິ່ງລວມມີ:
1. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງສຶກສາ ແລະກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລະກະຊວງສຶກສາທິການ ແລະກິລາ ແຫ່ງ ສປປ ລາວ ວ່າດ້ວຍການສ້າງຕັ້ງມະຫາວິທະຍາໄລມິດຕະພາບຫວຽດນາມ-ລາວ ຢູ່ ສປປ ລາວ;
2. ບົດບັນທຶກການມອບ-ຮັບປຶ້ມລະຫວ່າງກະຊວງສຶກສາ ແລະກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລະກະຊວງສຶກສາທິການ ແລະກິລາ ແຫ່ງ ສປປ ລາວ;
3. ແຜນການຮ່ວມມືປີ 2026 ລະຫວ່າງກະຊວງຍຸຕິທຳແຫ່ງ ສສ ຫວຽດນາມ ແລະກະຊວງຍຸຕິທຳແຫ່ງ ສປປ ລາວ;
4. ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງແຂວງຟູເຖາະ ແລະແຂວງຫຼວງນ້ຳທາ;
5. ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງແຂວງຟູເຖາະ ແລະແຂວງບໍ່ແກ້ວ;
6. ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງແຂວງຟູເຖາະ ແລະແຂວງຫຼວງພະບາງ.
    |
 |
|
ບັນຍາກາດທີ່ພິທີມອບເອກະສານຮ່ວມມືຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ເລື່ອງສອງຝ່າຍເຫັນດີເປັນເອກະພາບເຮັດໃຫ້ເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ເລິກເຊິ່ງກວ່າເກົ່າໄດ້ສ້າງຂອບເຂດການກໍານົດທິດໃໝ່, ນໍາການຮ່ວມມືກ້າວເຂົ້າສູ່ໄລຍະພັດທະນາໃຫ້ເລິກເຊິ່ງກວ່າ, ຕິດແໜ້ນກັບວິໄສທັດການເມືອງ ແລະຜົນປະໂຫຍດພັດທະນາກວ່າອີກ. ການຮ່ວມມືສອງຝ່າຍໄດ້ຫັນປ່ຽນຈາກລວງກວ້າງມາເປັນລວງເລິກຢ່າງແຂງແຮງ, ສຸມໃສ່ປະສິດທິຜົນທີ່ແທດຈິງ. ບັນດາກົນໄກປະສານງານການຮ່ວມມືລະຫວ່າງຂະແໜງການໄດ້ຮັກສາຢ່າງເປັນປະຈໍາ, ຊ່ວຍແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ຍູ້ໄວຄວາມຄືບໜ້າຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ແລະໂຄງການຮ່ວມມືໃຫຍ່ສະບັບຕ່າງໆ.
ໄດ້ປະຕິບັດໃນຊຸມວັນທໍາອິດຂອງອາຍຸການໃໝ່ຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ, ການຢ້ຽມຢາມທີ່ມີຄວາມໝາຍກໍານົດທິດສໍາຄັນພິເສດ, ສະແດງຢ່າງຈະແຈ້ງການຕັດສິນໃຈການເມືອງເລື່ອງຕິດພັນກັບວິໄສທັດຍຸດທະສາດກັບໂຄງການກະທໍາລະອຽດ, ຕິດພັນກັບຄວາມຄາດຫວັງພັດທະນາກັບປະສິດທິຜົນພຶດຕິກໍາຕົວຈິງ. ນີ້ຈະແມ່ນພື້ນຖານການເມືອງທີ່ໝັ້ນແກ່ນເພ່ືອນໍາເອົາການພົວພັນຫວຽດນາມ-ລາວ ສືບຕໍ່ເຂົ້າສູ່ລວງເລິກ, ຍົກສູງປະສິດທິຜົນ ແລະລັກສະນະທີ່ໝັ້ນຄົງ, ສົມກັບການພົວພັນແບບພິເສດ, ກໍ່ຄືຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຫວັງຂອງປະຊາຊົນສອງປະເທດ.
ໂດຍ: ໄຊນີດາ