ທີ່ການພົບປະສັງສັນ, ສະຫາຍ ເຈິ່ນເກີມຕູ໊, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ ໄດ້ລາຍງານ ແລະແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ບັນດາຜູ້ແທນໄດ້ກ່າວຄໍາຄິດເຫັນຢ່າງສຸດຈິດສຸດໃຈ, ສະແດງຄວາມປິຕິຊົມຊື່ນຕໍ່ຜົນການພັດທະນາຂອງປະເທດ ແລະຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ; ຢືນຢັນຄວາມໄວ້ເນື້ອເຊື່ອໃຈຕໍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ດ້ວຍບັນດາລັດຖະນະໂຍບາຍຍຸດທະສາດ, ບຸກທະລຸໃນຂົງເຂດຕ່າງໆ ຈະນຳປະເທດຊາດພັດທະນາຢ່າງວ່ອງໄວ, ຍືນຍົງ ແລະກ້າວເຂົ້າສູ່ໄລຍະໃໝ່ຂອງຊາດ ຢ່າງໜັກແໜ້ນ.
    |
 |
|
ສະຫາຍ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ການພົບປະສັງສັນ, ສະຫາຍ ໂຕເລິມ ເນັ້ນໜັກວ່າ: ຄວາມໄວ້ເນື້ອເຊື່ອໃຈ, ການລະດົມກໍາລັງໃຈຂອງບັນດາສະຫາຍອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາສະຫາຍອະດີດກໍາມະການສູນກາງພັກ ສະໄໝຕ່າງ ແມ່ນບ່ອນອີງທາງດ້ານຈິດໃຈອັນໜັກແໜ້ນ, ເສີມສ້າງກຳລັງແຮງເພື່ອໃຫ້ພະນັກງານທີ່ພວມປະຕິບັດງານ ສືບຕໍ່ກ້າວເດີນຢ່າງໜັກແໜ້ນ, ເຮັດຫຼ້ອນພາລະໜ້າທີ່ສຳຄັນທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.
ສະຫາຍ ເລຂາທິການໃຫຍ່ ເນັ້ນໜັກວ່າ, ການພົບປະສັງສັນທີ່ມີຄວາມໝາຍນີ້ໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ສິ່ງດັ່ງກ່າວຍິ່ງເຮັດໃຫ້ຄວາມເອກອ້າງທະນົງໃຈ ແລະຄວາມໄວ້ເນື້ອເຊື່ອໃຈຕໍ່ເສັ້ນທາງປະຕິວັດອັນສະຫງ່າລາສີຂອງພັກ ເລິກເຊິ່ງກວ່າ.
    |
 |
|
ບັນຍາກາດທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍການນຳ, ອະດີດການນຳພັກ ແລະລັດ ຜ່ານໄລຍະຕ່າງໆ. ການລະດົມກຳລັງໃຈ, ການປະກອບຄໍາເຫັນຢ່າງສຸດຈິດສຸດໃຈ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແມ່ນແຫຼ່ງກໍາລັງທາງດ້ານຈິດໃຈອັນໃຫຍ່ຫຼວງ, ປະກອບສ່ວນຊ່ວຍໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ສະໄໝທີ XIV ປັບປຸງແຜນນະໂຍບາຍໃຫ້ສົມບູນແບບ, ຍົກສູງຄຸນນະພາບການນຳພາ, ຊີ້ນຳ; ຫວັງວ່າ ຈະສືບຕໍ່ໄດ້ຮັບການປະກອບຄໍາເຫັນອັນລໍ້າຄ່າໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດປີໃໝ່ 2026 ແລະກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ ຂອງຊາດ, ສະຫາຍ ໂຕເລິມ ໄດ້ສົ່ງຄໍາອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ ແລະຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ຢູ່ດີມີແຮງ, ມີຄວາມຜາສຸກ; ອວຍພອນໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ສາມັກຄີເປັນຈິດໜຶ່ງໃຈດຽດ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຢ່າງມີໄຊ, ນຳປະເທດຊາດພັດທະນາຢ່າງວ່ອງໄວ, ຍືນຍົງ, ປະຊາຊົນນັບມື້ນັບອີ່ມໜໍາສໍາລານ, ມີຄວາມຜາສຸກ.
ໂດຍ: ທູຈາງ