ຍູ້ແຮງການຮ່ວມມືແທດຈິງ, ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຈໍແດນ ແລະຫວຽດນາມ ລ້ວນແຕ່ພວມຢູ່ໃນໄລຍະທີ່ມີຄວາມໝາຍຢ່າງເລິກເຊິ່ງໃນການສ້າງສັງກາດພັດທະນາໃໝ່ ແລະຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນຫາລວມຂອງປະຊາຄົມສາກົນ. ບົນເນື້ອໃນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນຄວາມຕັດສິນໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນການປັບປຸງ ແລະຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບ ຈໍແດນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Mazen Turki El Qadi ປະທານສະພາຕໍ່າ ຈໍແດນ. ພາບ: ສໍານັກຂ່າວສານຫວຽດນາມ

ສະແດງຄວາມປິຕິຊົມຊື່ນເປັນຄັ້ງທຳອິດທີ່ໄດ້ມາຢ້ຽມຢາມຫວຽດນາມ ມີປະຫວັດສາດສະຫງ່າອົງອາດ ແລະພິລະອາດຫານໃນຈຸດເວລາຫາກໍ່ດໍາເນີນເຫດການສຳຄັນຫຼາຍຢ່າງ, ທ່ານປະທານສະພາຕໍ່າ Mazen Turki El Qadi ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະຄວາມໄວ້ວາງໃຈຂອງທ່ານເລຂາທິການໃຫຍ່.

ສຳລັບທິດທາງໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະຈໍແດນ ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານສະພາຕໍ່າ Mazen Turki El Qadi ໄດ້ເຫັນດີເປັນເອກະພາບວ່າສອງປະເທດຄວນເພີ່ມພູນຄູນສ້າງ ການພົວພັນ ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ນໍາຫວຽດນາມ ແລະຈໍແດນ ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈແຖວໜ້າຂອງກັນຢູ່ແຕ່ລະພາກພື້ນ, ຜັນຂະຫຍາຍຢ່າງແທດຈິງ, ມີປະສິດທິຜົນ ແລະຫັນຄໍາໝັ້ນສັນຍາ, ຂໍ້ຕົກລົງລະຫວ່າງສອງຝ່າຍໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພັດທະນາແບບຍືນຍົງ...

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Mazen Turki El Qadi ປະທານສະພາຕໍ່າ ຈໍແດນ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານ ກໍ່ເຫັນດີເປັນເອກະພາບຈະຮ່ວມມືເພື່ອປະກອບສ່ວນຢ່າງແທດຈິງ ແລະມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ, ແກ້ໄຂການປະທະກັນ ແລະກໍ່ສ້າງພາກພື້ນຄືນໃໝ່, ໃນນັ້ນມີການເຄື່ອນໄຫວຕັ້ງໜ້າ, ມີຄວາມຮັບຜິດຊອບໃນວຽກງານຂອງສະພາສັນຕິພາບ ເພື່ອຢຸດຕິການປະທະກັນຢູ່ເຂດກາຊາ ເຊິ່ງຫວຽດນາມ ແລະຈໍແດນ ລ້ວນແຕ່ເປັນສະມາຊິກ, ສອດຄ່ອງກັບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງສອງປະເທດກ່ຽວກັບບັນຫາປາແລັດສະຕິນ.

ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງລະຫວ່າງຫວຽດນາມ ແລະຈໍແດນ

ຕອນບ່າຍວັນທີ 3 ກຸມພາ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Mazen Turki El Qadi ປະທານສະພາຕໍ່າ ຈໍແດນ.

ທີ່ການຕ້ອນຮັບ, ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບຄວນສືບຕໍ່ຍູ້ແຮງການພົວພັນດ້ານການເມືອງ-ການທູດ ຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະພິຈາລະນາສ້າງບັນດາກົນໄກຮ່ວມມືໃໝ່. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານສະພາຕໍ່າ Mazen Turki El Qadi ເຫັນດີເປັນເອກະພາບວ່າ ສອງປະເທດຄວນສືບຕໍ່ຫັນບັນດາໂອກາດຮ່ວມມືໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະຊຸກຍູ້ການຮ່ວມມືໃນຂົງເຂດເຊິ່ງແຕ່ລະຝ່າຍທີ່ມີທ່າແຮງ. ພ້ອມທັງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ, ພັດທະນາຂະແໜງ Halal ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Mazen Turki El Qadi ປະທານສະພາຕໍ່າ ຈໍແດນ. ພາບ: qdnd.vn

ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ເຊີດຊູລັດທິຫຼາຍຝ່າຍ, ຄັດຄ້ານການນຳໃຊ້ ແລະນາບຂູ່ນຳໃຊ້ກຳລັງອາວຸດໃນການພົວພັນສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ. ສອງຝ່າຍເຫັນດີເປັນເອກະພາບເສີມຂະຫຍາຍບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນໃນຄວາມມານະພະຍາຍາມເປັນກາງໄກ່ເກ່ຍ, ແກ້ໄຂບັນຫາສາກົນ ແລະພາກພື້ນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ສອງພາກພື້ນ.

ຊຸກຍູ້ຍົກວົງເງິນການຄ້າຂຶ້ນເປັນ 1 ຕື້ໂດລາສະຫະລັດ

ຕອນເຊົ້າວັນທີ 3 ກຸມພາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ Mazen Turki El Qadi ປະທານສະພາຕໍ່າ ຈໍແດນ.

ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສ້າງຕັ້ງ ແລະຈັດຕັ້ງປະຕິບັດບັນດາກົນໄກ, ຂອບເຂດການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ໃນນັ້ນມີການມຸ່ງໄປເຖິງການສ້າງອົງການຕາງໜ້າ ປະຈຳ ນະຄອນຫຼວງ ຂອງແຕ່ລະປະເທດ; ຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງ, ສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດຳເນີນທຸລະກິດ ຫວຽດນາມ-ຈໍແດນ, ຊຸກຍູ້ການລົງນາມບັນດາຂໍ້ຕົກລົງການຮ່ວມມືສຳຄັນກ່ຽວກັບການຍົກເວັ້ນວິຊາ, ປົກປ້ອງການລົງທຶນ ແລະຫຼີກລ້ຽງການເກັບພາສີຊ້ອນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Mazen Turki El Qadi ປະທານສະພາຕໍ່າ ຈໍແດນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບເສດຖະກິດ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຍົກວົງເງິນການຄ້າຂຶ້ນເປັນ 500 ລ້ານໂດລາສະຫະລັດ ໃນປີ 2030 ແລະ 1 ຕື້ໂດລາສະຫະລັດ ໃນປີ 2035; ຍູ້ແຮງການເປີດປະຕູຕະຫຼາດໃຫ້ແກ່ສິນຄ້າທີ່ມີທ່າແຮງຂອງແຕ່ລະຝ່າຍ, ໜູນຊ່ວຍເຊິ່ງກັນ ແລະກັນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພັດທະນາຂະແໜງ Halal...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮັບປະກັນການສະໜອງສິນຄ້າກະສິກຳ, ສິນໃນນ້ຳທີ່ມີຄຸນນະພາບຢ່າງໝັ້ນຄົງໃຫ້ຈໍແດນ, ຊົມເຊີຍບັນດາວິສາຫະກິດຈໍແດນ ມາຫວຽດນາມ ຊອກຮູ້ກາລະໂອກາດຮ່ວມມືດ້ານການລົງທຶນ,  ດຳເນີນທຸລະກິດ.

ທ່ານປະທານສະພາຕໍ່າ Mazen Turki El Qadi ສະເໜີສ້າງຕັ້ງເຂດການຄ້າເສລີໃຫ້ສິນຄ້າຫວຽດນາມ ຢູ່ຈໍແດນ ເພື່ອສົ່ງອອກໄປຍັງພາກພື້ນຕາເວັນອອກກາງ, ສ້າງຕັ້ງວິສາຫະກິດຮ່ວມທຸລະກິດໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ສອງຝ່າຍກໍ່ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະລັດ, ການທ່ອງທ່ຽວ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ; ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການທາບທາມຄໍາເຫັນ, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ອົງການຈັດຕັ້ງທີ່ສຳຄັນ, ຄື: ສະຫະປະຊາຊາດ ແລະອົງການການສຶກສາ, ວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO), ຮ່ວມມືໃນການແກ້ໄຂບັນຫາລວມຂອງແຕ່ລະພາກພື້ນ ແລະທົ່ວໂລກ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະຫຼັກໝັ້ນຫຼັກການຂອງແຕ່ລະຝ່າຍ.

ໂດຍ: ເຈິ່ນຮວ່ຽນ