ສະແດງໃຫ້ເຫັນສາຍພົວພັນອັນສະໜິດສະໜົມລະຫວ່າງ ຫວຽດນາມ-ກູບາ
ກປ.ອອນໄລ - ຕອນເຊົ້າວັນທີ 3 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodriguez Parrilla ທູດພິເສດພັກກອມມູນິດກູບາ, ລັດ ແຫ່ງ ສາທາລະນະລັດ ກູບາ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ທີ່ພວມຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 1-3 ກຸມພາ.
ທີ່ການຕ້ອນຮັບ, ທ່ານ Bruno Rodriguez Parrilla ໄດ້ສົ່ງສານຂອງທ່ານ Miguel Diaz-Canel ເລຂາທິການຜູ້ທີໜຶ່ງ, ປະທານປະເທດກູບາ ພ້ອມດ້ວຍການນຳຂັ້ນສູງຂອງກູບາ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະໝາກຜົນຂອງຫວຽດນາມ ໃນຫວ່າງມໍ່ໆມານີ້; ຢັ້ງຢືນວ່າ ການນໍາຂັ້ນສູງກູບາ ຖືໄຊຊະນະຂອງຫວຽດນາມ ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງສຳລັບການປະຕິວັດກູບາ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ Bruno Rodriguez Parrilla ທູດພິເສດພັກກອມມູນິດກູບາ, ລັດ ແຫ່ງ ສາທາລະນະລັດ ກູບາ, ລັດຖະມົນຕີກະຊວງການຕ່າງປະເທດກູບາ. ພາບ: qdnd.vn |
ທ່ານ Bruno Rodriguez Parrilla ຊີ້ແຈ້ງການຖືເປັນສໍາຄັນ ທີ່ພັກ ແລະ ລັດກູບາ ສະຫງວນໃຫ້ສາຍພົວພັນແບບພິເສດກັບຫວຽດນາມ; ຢືນຢັນວ່າ ກູບາ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມື, ຂໍ້ຕົກລົງການຮ່ວມມືລະຫວ່າງພັກ, ລັດ ຂອງສອງປະເທດຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການເຄື່ອນໄຫວການທູດປະຊາຊົນ, ເຊື່ອມຈອດທ້ອງຖິ່ນ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳ ເພື່ອເຮັດໃຫ້ສາຍພົວພັນການຮ່ວມມືທີ່ຮອບດ້ານລະຫວ່າງ ຫວຽດນາມ-ກູບາ ເລິກເຊິ່ງ ແລະເປັນຫຼາຍຮູບຫຼາຍແບບກວ່າ, ປາດຖະໜາຢາກ ສືບຕໍ່ແລກປ່ຽນບົດຮຽນກັບຫວຽດນາມ ໃນທຸກຊ່ອງທາງ, ຂົງເຂດການຮ່ວມມື, ເພື່ອການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Bruno Rodriguez Parrilla ທູດພິເສດພັກກອມມູນິດກູບາ, ລັດ ແຫ່ງ ສາທາລະນະລັດ ກູບາ, ລັດຖະມົນຕີກະຊວງການຕ່າງປະເທດກູບາ. ພາບ: qdnd.vn |
ສອງຝ່າຍເຫັນດີຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ພິເສດແມ່ນບັນດາໂຄງການຮ່ວມມືສຳຄັນໃນຂົງເຂດກະສິກຳ, ພະລັງງານທົດແທນ, ເຕັກໂນໂລຊີຊີວະພາບ, ສ້າງກົນໄກສະດວກ, ໜູນຊ່ວຍວິສາຫະກິດຫວຽດນາມ ລົງທຶນເຂົ້າກູບາ, ຜ່ານນັ້ນນໍາການພົວພັນດ້ານເສດຖະກິດພັດທະນາໃຫ້ເໝາະສົມກັບສາຍພົວພັນທາງດ້ານການເມືອງແບບພິເສດ, ພ້ອມທັງ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ.
ໂດຍ: ທູຈາງ