leftcenterrightdel
ທ່ານ​ ຟ້າມມິງຈິ໊ງ ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຫົວ​ໜ່ວຍລົງມື​ກໍ່​ສ້າງ​ສະ​ໜາມ​ບິນ​ສາ​ກົນຝູ໋ກວກ. ພາບ: ສໍານັກຂ່າວສານຫວຽດນາມ

ລົງກວດກາ, ກະຕຸກຊຸກຍູ້ ແລະມອບຂອງຂວັນລະດົມກຳລັງໃຈບັນດາກໍາລັງທີ່ພວມລົງມືກໍ່ສ້າງສະໜາມບິນສາກົນ ຝູ໋ກວກ, ທ່ານ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ບໍລິສັດຮັບເໝົາ ລະດົມກໍາລັງ, ພາຫະນະ ແລະລະດົມບໍລິສັດຮັບເໝົາສໍາຮອງຕື່ມອີກ, ຈັດຕັ້ງການລົງມືກໍ່ສ້າງໃນວັນພັກບຸນເຕັດ ແລະຍາດແຍ່ງເວລາໃນລະດູແລ້ງ, ຍູ້ໄວຄວາມຄືບໜ້າຜັນຂະຫຍາຍໂຄງການ, ແຕ່ຮັບປະກັນດ້ານເຕັກນິກ, ຄວາມງາມ, ຄຸນນະພາບ, ຄວາມປອດໄພ, ສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ ຍັງຮຽກຮ້ອງໃຫ້ກໍ່ສ້າງສະໜາມບິນສາກົນ ຝູ໋ກວກ  ຕາມທິດ “ສ້າງສະໜາມບິນສີຂຽວ, ຫັນສະໜາມບິນເປັນດີຈີຕອນ, ຍົກສູງປະສິດທິຜົນສະໜາມບິນຢ່າງສຸດຂີດ”.

ຕອນເຊົ້າວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 2 ໂຄງການ ຄື: ເຂດຕົວເມືອງປະສົມ-ດິນແດງ ແລະ ເຂດຕົວເມືອງປະສົມການທ່ອງທ່ຽວຊີວະພາບ ພູອົງກວ໋ານ.

ຕອນທ່ຽງວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ແຂວງອານຢາງ, ບັນດາເຈົ້າຂອງໂຄງການ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮັບໃຊ້ APEC.

ໂດຍ: ທູຈາງ