ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ພົບປະສອງຝ່າຍກັບບັນດາລັດຖະມົນຕີການຕ່າງປະເທດອາຊຽນ
ກປ.ອອນໄລ - ວັນທີ 28 ມັງກອນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ Cebu, ຟີລິບປິນ, ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດກຳປູເຈຍ; ທ່ານນາງ Maria Theresa Lazaro, ລັດຖະມົນຕີການຕ່າງປະເທດຟີລິບປິນ; ທ່ານ Sihasak Phuangketkeow ລັດຖະມົນຕີການຕ່າງປະເທດໄທ; ທ່ານ Dato Erywan Pehin Yusof ລັດຖະມົນຕີຜູ້ທີສອງກະຊວງການຕ່າງປະເທດບຣູໄນ.
ທີ່ການພົບປະຕ່າງໆ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນທີ່ສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ໃນນັ້ນມີການເລືອກຕັ້ງເລຂາທິການໃຫຍ່, ການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ພ້ອມດ້ວຍແຜນນະໂຍບາຍ, ລັດຖະນະໂຍບາຍ, ທິດທາງໃຫຍ່, ໜ້າທີ່ຈຸດສຸມ, ບັນດາບຸກທະລຸທາງຍຸດທະສາດເພື່ອແນໃສ່ສ້າງສາ ແລະພັດທະນາປະເທດຫວຽດນາມ ໃນຍຸກໃໝ່.
    |
 |
|
ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະກັບທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດກຳປູເຈຍ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດ ລ້ວນແຕ່ເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ເກັ່ງກ້າສາມາດຂອງພັກກອມມູນິດຫວຽດນາມ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ເປັນຜູ້ນໍາໜ້າ, ຫວຽດນາມ ຈະປະຕິບັດສໍາເລັດສອງເປົ້າໝາຍ 100 ປີ ໄດ້ຢ່າງມີໄຊ: ຮອດປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ກາຍເປັນປະເທດກຳລັງພັດທະນາ ມີອຸດສາຫະກຳທັນສະໄໝ ແລະມີລາຍຮັບປານກາງສູງ; ຫັນວິໄສທັດຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ, ກາຍເປັນປະເທດພັດທະນາ ມີລາຍຮັບສູງ ໃຫ້ປະກົດຜົນເປັນຈິງ.
ທີ່ບັນດາການພົບປະສອງຝ່າຍ, ບັນດາລັດຖະມົນຕີ ກໍ່ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມປອດໄພໃນພາກພື້ນ; ເຊີດຊູການເພີ່ມທະວີຄວາມສາມັກຄີ ແລະຄວາມເຫັນດີເປັນເອກະພາບພາຍໃນກຸ່ມ, ສົມທົບຫຼັກໝັ້ນ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະທົ່ວໂລກ; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ, ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງໂດຍໄວ.
ໂດຍ: ຈາງຫງວຽນ