ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງບັນດາກາລະໂອກາດ, ສິ່ງທ້າທາຍ, ໜ້າທີ່ ແລະມາດຕະການທີ່ມີລັກສະນະຍຸດທະສາດ, ສ້າງກໍາລັງໜູນໃໝ່ໃຫ້ການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະເທດໃນໄລຍະຕໍ່ໄປ, ນໍາຫວຽດນາມ ກາຍເປັນຕົວແບບຂອງທົ່ວໂລກ. ນີ້ແມ່ນຂໍ້ສັງ​ເກດຂອງທ່ານນາງ ປອ Sandra Scagliotti, ກົງສູນກິດຕິມະສັກຫວຽດນາມ ປະຈຳນະຄອນ Turin (ພາກເໜືອ ອີຕາລີ),  ນັກຫວຽດນາມ ວິທະຍາ ໃນການຕອບສຳພາດຕໍ່ນັກຂ່າວ ປະຈໍາ ອີຕາລີ.

leftcenterrightdel
ທ່ານນາງ ປອ Sandra Scagliotti ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Rome. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານນາງ ປອ Sandra Scagliotti ແລ້ວ, ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດທີ່ໜ້າປະທັບໃຈໃນປີ 2025, ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 8,02% ໃນສະພາບການເສດຖະກິດໂລກຟື້ນຟູຊັກຊ້າ, ມີຫຼາຍພື້ນຖານເສດຖະກິດເຕີບໂຕຕໍ່າ, ພ້ອມກັນນັ້ນ, ບັນດາອົງການຈັດຕັ້ງສາກົນ ແລະນັກລົງທຶນຕີລາຄາວ່າຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງ “ຈຸດພົ້ນເດັ່ນ” ໃນສະພາບການເຕີບໂຕທົ່ວໂລກ. ດ້ວຍການນຳພາທີ່ໝັ້ນຄົງ, ເດັດດ່ຽວ ແລະວິໄສທັດຍຸດທະສາດຂອງພັກ, ປະຈຸບັນ ຫວຽດນາມ ນອນໃນກຸ່ມບັນດາປະເທດນໍາໜ້າກ່ຽວກັບການຫັນເປັນດີຈີຕອນ ແລະພັດທະນາພື້ນຖານໂຄງລ່າງ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈໃນຂົງເຂດເສດຖະກິດ.

ທ່ານນາງ ປອ Sandra Scagliotti ກໍ່ຊີ້ແຈ້ງວ່າ ແນວທາງການພົວພັນຕ່າງປະເທດຂອງຫວຽດນາມ ອີງໃສ່ພື້ນຖານການທູດປະຊາຊົນທີ່ສະເໝີຕົ້ນສະເໝີປ່າຍ, ມີປະສິດທິຜົນ ແລະລັດທິຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການສ້າງເຄືອຂ່າຍການພົວພັນຄູ່ຮ່ວມມືທີ່ນັບມື້ນັບໄດ້ຮັບການເປີດກວ້າງ, ສະຖຽນລະພາບ ແລະດຸ່ນ​ດ່ຽງ. ນີ້ແມ່ນພື້ນຖານສຳຄັນທີ່ຊ່ວຍໃຫ້ຫວຽດນາມ ແກ້ໄຂບັນຫາການພົວພັນຕ່າງປະເທດຢ່າງມີໄຫວພິບໃນສະພາບແວດລ້ອມສາກົນທີ່ມີການຜັນແປຫຼາຍຢ່າງ.

ໂດຍ: ຈາງຫງວຽນ