ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ, ລະດົມກໍາລັງໃຈຖັນແຖວນັກຂ່າວ ຢູ່ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ
ກປ.ອອນໄລ - ຕອນບ່າຍວັນທີ 20 ມັງກອນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈຖັນແຖວນັກຂ່າວ, ນັກບັນນາທິການ ແລະນັກເຕັກນິກ ທີ່ພວມໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ທີ່ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
ທີ່ສູນສື່ມວນຊົນ, ທ່ານ ຟ້າມມິງຈິ໊ງ ໄດ້ຢ້ຽມຢາມຖາມຂ່າວບັນດານັກຂ່າວກ່ຽວກັບເງື່ອນໄຂເຮັດວຽກ ແລະດໍາເນີນຊີວິດໃນໄລຍະດໍາເນີນກອງປະຊຸມໃຫຍ່. ແບ່ງປັນກັບຄວາມຫຍຸ້ງຍາກລໍາບາກຂອງຖັນແຖວນັກຂ່າວ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສື່ມວນຊົນ ຍາມໃດກໍແມ່ນກຳລັງລໍາບາກ ສະນັ້ນ, ຕ້ອງໃຫ້ບຸລິມະສິດແກ່ການເຄື່ອນໄຫວເກັບກໍາຂ່າວ, ສະໜອງໂຄງລ່າງຢ່າງພຽງພໍໃຫ້ແກ່ສື່ມວນຊົນ ເຄື່ອນໄຫວ, ໃນນັ້ນມີສາຍສົ່ງອິນເຕີແນັດ ແລະເງື່ອນໄຂເຮັດຂ່າວ, ຮັບປະກັນໃຫ້ສື່ມວນຊົນ ເຄື່ອນໄຫວຢ່າງສະດວກທີ່ສຸດ ເພື່ອແນໃສ່ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຢ່າງພຽງພໍ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ລະດົມກໍາລັງໃຈຖັນແຖວນັກຂ່າວ ຢູ່ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ພາບ: qdnd.vn |
ຊົມເຊີຍຄວາມມານະພະຍາຍາມປ່ຽນແປງໃໝ່ຂອງສື່ມວນຊົນໃນການໃຫ້ຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ບັນດານັກຂ່າວ, ນັກບັນນາທິການ, ນັກເຕັກນິກ ສືບຕໍ່ລາຍງານຂ່າວຢ່າງທັນການ ແລະຖືກຕ້ອງຊັດເຈນ ກ່ຽວກັບການເຄື່ອນໄຫວຂອງກອງປະຊຸມໃຫຍ່.
ທີ່ກອງປະຊຸມໃຫຍ່ຄັ້ງນີ້ ມີນັກຂ່າວ, ນັກເຕັກນິກເກືອບ 600 ຄົນທີ່ມາຈາກ 113 ອົງການສື່ມວນຊົນພາຍໃນປະເທດ; ນັກຂ່າວ, ຜູ້ຊ່ວຍນັກຂ່າວ 79 ຄົນທີ່ມາຈາກ 43 ອົງການສື່ມວນຊົນຕ່າງປະເທດ, ນັກຂ່າວຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະນັກຂ່າວຈາກບັນດາພັກການເມືອງ ແລະພັກກຳອຳນາດ ໄດ້ລົງທະບຽນໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່.
ໂດຍ: ທູຈາງ