ໃນການຕ້ອນຮັບ, ຕາງໜ້າການນຳກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍບັນດາເອກອັກຄະລັດຖະທູດ ມາຢ້ຽມຢາມຮ່າໂນ້ຍ ເພື່ອເຂົ້າຮ່ວມເຫດການທາງການເມືອງທີ່ສຳຄັນຂອງຫວຽດນາມ. ທ່ານນາງຮອງລັດຖະມົນຕີ ໄດ້ເນັ້ນໜັກວ່າ ການມີໜ້າຂອງບັນດາເອກອັກຄະລັດຖະທູດ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາເຖິງນໍ້າໃຈມິດຕະພາບ, ຄວາມສາມັກຄີສາກົນ ແລະການສະໜັບສະໜູນອັນລໍ້າຄ່າທີ່ສະຫງວນໃຫ້ແກ່ພັກ, ລັດ ແລະປະຊາຊົນຫວຽດນາມ .

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn

ທ່ານນາງຮອງລັດຖະມົນຕີ ຢືນຢັນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ເປັນຂີດໝາຍພິເສດສໍາຄັນໃນວິວັດການພັດທະນາຂອງຫວຽດນາມ, ບໍ່ພຽງແຕ່ສະຫຼຸບ, ຕີລາຄາຜົນງານ 40 ປີແຫ່ງການປ່ຽນແປງໃໝ່ເທົ່ານັ້ນ, ຫາກຍັງວາງອອກທິດທາງພັດທະນາປະເທດຊາດ ໄລຍະ 2026-2030, ວິໄສທັດຮອດປີ 2045, ຮັບຮອງເອົາລັດຖະນະໂຍບາຍທີ່ຖືກຕ້ອງ, ເຂັ້ມແຂງ, ນຳຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໝັ້ນຄົງ.

ທ່ານນາງ ເລທິທູຮັ່ງ ຫວັງວ່າບັນດາເອກອັກຄະລັດຖະທູດຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມການຮ່ວມມືກ່ຽວກັບການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ນໍາການຮ່ວມມືດ້ານເສດຖະກິດເລິກເຊິ່ງກວ່າອີກ, ນອກຈາກບັນດາຂົງເຂດທີ່ເປັນມູນເຊື້ອ ຄື: ກະສິກຳ, ຕໍ່າແຜ່ນຕັດຫຍິບ, ສິນຄ້າໃຊ້ສອຍ, ການເປີດກວ້າງການຮ່ວມມືໃນຂົງເຂດໃໝ່ ເຊັ່ນ: ການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຊີ, ພະລັງງານທົດແທນ, ກະສິກຳສີຂຽວ, ການຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເຂົ້າໃນການຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ.

ໂດຍ: ຈາງຫງວຽນ