ທີ່ກອງປະຊຸມສໍາມະນາ "ພັກກອມມູນິດຫວຽດນາມ ໃນສັງກາດພັດທະນາໃໝ່ຂອງຫວຽດນາມ" ໂດຍສະຖານທູດຫວຽດນາມ ປະຈຳລາຊະອານາຈັກກຳປູເຈຍ ຫາກໍ່ຈັດຕັ້ງກຫວ່າງແລ້ວນີ້, ທ່ານ ປອ Kin Phea, ຫົວໜ້າສະຖາບັນການພົວພັນສາກົນກຳປູເຈຍ, ສະພາມະຫາບັນດິດ ແຫ່ງລາຊະອານາຈັກກຳປູເຈຍ (RAC) ໄດ້ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນຈຸດເລີ່ມຕົ້ນຂອງສັງກາດໃໝ່, ສັງກາດບືນຕົວຂອງຊົນຊາດຫວຽດນາມ.

leftcenterrightdel
ທ່ານ ປອ Kin Phea, ຫົວໜ້າສະຖາບັນການພົວພັນສາກົນກຳປູເຈຍ, ສະພາມະຫາບັນດິດ ແຫ່ງລາຊະອານາຈັກກຳປູເຈຍ (RAC) ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ປອ Kin Phea ໄດ້ອະທິບາຍວ່າ ສັງກາດໃໝ່ນີ້ແມ່ນໄດ້ຮັບການນໍາພາຂອງສອງຄວາມຄາດຫວັງອັນຍິ່ງໃຫຍ່ຂອງຊາດ. ທຳອິດ, ຮອດປີ 2030, ຫວຽດນາມ ຈະກາຍເປັນປະເທດທີ່ທັນສະໄໝ, ມີລາຍຮັບປານກາງສູງດ້ວຍວິທີຊຸກຍູ້ການເຕີບໂຕທາງດ້ານເສດຖະກິດທີ່ຮອບດ້ານ ແລະຍືນຍົງ ບົນພື້ນຖານການຫັນເປັນດີຈີຕອນ, ນະວັດຕະກຳ, ແລະການກໍ່ສ້າງພື້ນຖານໂຄງລ່າງຍຸດທະສາດ.

ທ່ານ ປອ Kin Phea  ຖືວ່າ ດ້ວຍແຜນການສັງລວມ, ພິເສດແມ່ນການສຸມໃສ່ການສ້າງແລວເສດຖະກິດຫຼາຍຂະແໜງການ ເພື່ອແນໃສ່ນຳເອົາພື້ນຖານເສດຖະກິດຂອງຫວຽດນາມ ເຂົ້າສູ່ທອັບ 30 ພື້ນຖານເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ. ພ້ອມກັນນັ້ນ ນີ້ກໍ່ແມ່ນປະຖົມປັດໄຈ ແລະພື້ນຖານທີ່ໝັ້ນແກ່ນເພື່ອໃຫ້ຫວຽດນາມ ມຸ່ງໄປເຖິງການສໍາເລັດເປົ້າໝາຍຍຸດທະສາດທີສອງ ນັ້ນແມ່ນກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045.

ທ່ານ ປອ Kin Phea  ໄດ້ເນັ້ນໜັກວ່າ ຄວາມຕ້ອງການທີ່ວາງໄວ້ຕໍ່ຫວຽດນາມ ໃນປະຈຸບັນບໍ່ພຽງແຕ່ແມ່ນບັນຫາເຕີບໂຕທາງເສດຖະກິດເທົ່ານັ້ນ, ແຕ່ຍັງແມ່ນການຫັນລະບຽບການເປັນທັນສະໄໝ ແລະຍົກສູງຄຸນນະພາບການບໍລິຫານເພື່ອປັບຕົວກັບທ່າອ່ຽງຜັນແປທົ່ວໂລກ. ພ້ອມທັງເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະເປັນໜ້າປະຫວັດສາດໃໝ່ທີ່ສະຫງ່າລາສີໃໝ່ໃນວິວັດການທີ່ກ້າວໜ້າຂອງຫວຽດນາມ.

ໂດຍ: ຈາງຫງວຽນ