ຫວຽດນາມ ຮັບການເຊື້ອເຊີນເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ
ກປ.ອອນໄລ - ວັນທີ 16 ມັງກອນ 2026, ທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍເຖິງທ່ານເລຂາທິການໃຫຍ່ ໂຕເລິມ, ໂດຍເຊື້ອເຊີນທ່ານເລຂາທິການໃຫຍ່ ໂຕເລິມ ແລະຫວຽດນາມ ເຂົ້າຮ່ວມສະພາສັນຕິພາບເຂດກາຊາ ໃນຖານະເປັນປະເທດສະມາຊິກສ້າງຕັ້ງ, ພ້ອມກັບປະຊາຄົມສາກົນ ຊຸກຍູ້ມາດຕະການສັນຕິພາບແບບຍືນຍົງໃຫ້ການປະທະກັນລະຫວ່າງອິດສະຣາເອນ ແລະປາແລັດສະຕິນ ຢູ່ເຂດກາຊາ.
ເພື່ອຕອບຈົດໝາຍເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງຫຼັກໝັ້ນທີ່ສະເໝີຕົ້ນສະເໝີປ່າຍຂອງຫວຽດນາມ ນັ້ນແມ່ນສະໜັບສະໜູນ ແລະພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ມຸ່ງໄປເຖິງແກ້ໄຂການປະທະກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ, ເຄົາລົບສິດພື້ນຖານຂອງທຸກຝ່າຍທີ່ກ່ຽວຂ້ອງ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ Donald Trump ໃນເດືອນກໍລະກົດ 2025. ພາບ: ສໍານັກຂ່າວສານຫວຽດນາມ. |
ຫວຽດນາມ ຖືວ່າ ການສ້າງຕັ້ງສະພາສັນຕິພາບ ເປັນບາດກ້າວເດີນທີ່ຈຳເປັນເພື່ອຜັນຂະຫຍາຍປະຕິບັດແຜນການສັນຕິພາບເຂດກາຊາ, ເຊິ່ງໄດ້ຮັບການຮັບຮອງເອົາໂດຍສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນມະຕິເລກທີ 2803 ລົງວັນທີ 17 ພະຈິກ 2025, ໃນນັ້ນຊົມເຊີຍບັນດາປະເທດສະມາຊິກຂອງສະຫະປະຊາຊາດ ເຂົ້າຮ່ວມໃນສະພາສັນຕິພາບເພື່ອຊຸກຍູ້ສັນຕິພາບ, ການຊ່ວຍເຫຼືອດ້ານມະນຸດສະທຳ, ການກໍ່ສ້າງຄືນໃໝ່ເຂດກາຊາ.
ບົນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາສັນຕິພາບ ແລະຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມໃນຖານະເປັນປະເທດສະມາຊິກສ້າງຕັ້ງຂອງສະພາສັນຕິພາບ, ພ້ອມກັບສະຫະລັດອາເມລິກາ ແລະປະຊາຄົມສາກົນ ປະກອບສ່ວນຢ່າງຕັ້ງໜ້າມຸ່ງໄປເຖິງມາດຕະການອັນຍາວນານ, ຮອບດ້ານໃຫ້ແກ່ຂະບວນການສັນຕິພາບຕາເວັນອອກກາງ, ໃນນັ້ນ ມີການສ້າງຕັ້ງລັດ ປາແລັດສະຕິນ ທີ່ຢູ່ຮ່ວມກັນໂດຍສັນຕິ ຄຽງຄູ່ກັບລັດ ອິດສະຣາເອນ.
ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີໃຫ້ຫວຽດນາມ ແລະສະຫະລັດອາເມລິກາ ສືບຕໍ່ຮ່ວມມືກັນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ພັດທະນາໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການ ແລະບຸລິມະສິດຂອງທັງສອງຝ່າຍ, ບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະກັນ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື, ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ