ພ້ອມກັບສື່ສິ່ງພິມກະລາດສິກ, ທາງກົມກອງ ຄັດເລືອກພິມຈໍາໜ່າຍຫຼາຍກິດຈະການໃໝ່, ສຸມໃສ່ເຂົ້າບັນດາຫົວຂໍ້ຈຸດສຸມ ຄື: ກໍ່ສ້າງພັກ; ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ; ປຶ້ມກ່ຽວກັບບັນດາການນໍາປະຕິວັດບັນພະບຸລຸດ; ສະຫຼຸບທິດສະດີ ແລະພຶດຕິກໍາຕົວຈິງໃນກິດຈະການປ່ຽນແປງໃໝ່; ປຶ້ມກົດໝາຍຮັບໃຊ້ວຽກງານການນໍາພາ, ການຄຸ້ມຄອງ; ພ້ອມກັບຫຼາຍກິດຈະການຄົ້ນຄວ້າທີ່ມີມຸນຄ່າທາງດ້ານວິທະຍາສາດ ແລະພຶດຕິກໍາຕົວຈິງສູງ.

leftcenterrightdel
ຮ້ານວາງສະແດງປຶ້ມຂອງສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ. ພາບ: Vov.vn

* ວັນທີ 18 ມັງກອນ, ຫ້ອງຕໍາຫຼວດຈະລາຈອນ, ຕໍາຫຼວດນະຄອນຮ່າໂນ້ຍ ຈັດຕ້ັງກອງປະຊຸມຜັນຂະຫຍາຍວິທີການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນຮັບໃຊ້ລາຍການສິລະປະພິເສດຂໍ່ານັບຮັບຕ້ອນຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.

ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄໍາຄິດເຫັນ, ສຸມໃສ່ເຮັດແຈ້ງບັນດາເນື້ອໃນກ່ຽວກັບການແບ່ງວຽກໃຫ້ກໍາລັງ, ວິທີການສົມທົບກັນ, ວຽກງານກໍາແໜ້ນສະພາບການ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທ່ີເຂດຈັດຕັ້ງລາຍການ ແລະບັນດາເສັ້ນທາງ, ບໍລິເວນຈຸດສຸມ. ບັນດາຄໍາຄິດເຫັນລ້ວນແຕ່ເຫັນດີເປັນເອກະພາບສູງກັບຮ່າງແຜນການ, ພ້ອມທັງ ສະເໜີເພີ່ມເຕີ່ມບາງມາດຕະການເພື່ອປະຕິບັດສໍາເລັດແຜນການ, ຮັບປະກັນລາຍການດໍາເນີນໄປຢ່າງປອດໄພ, ຖືກຕາມແຜນການ.

* ວັນທີ 18 ມັງກອນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ 8.500 ຄົນຂອງແຂວງລ້າງເຊີນ ເຮັດອະນາໄມສິ່ງແວດລ້ອມເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ໄວໜຸ່ມແຂວງໄດ້ເຂົ້າຮ່ວມອະນາໄມຢູ່ເຂດຊຸມຊົນ, ຕະຫຼາດ, ອົງການ, ໂຮງຮຽນ, ແມ່ນໍ້າຫ້ວຍ; ເກັບມ້ຽນ, ແບ່ງປະເພດ, ບໍາບັດຂີ້ເຫຍື້ອ;... ອະນາໄມສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະບັນດາເສັ້ນທາງຄຸ້ມຄອງເອງ. ຜົນປະກົດວ່າ, ໄດ້ອະນາໄມສິ່ງແວດລ້ອມທາງຄົມມະນາຄົມໄປກວ່າ 120 ກິໂລແມັດ; ເກັບມ້ຽນ, ບໍາບັດຂີ້ເຫຍ້ືອກວ່າ 1 ໂຕນ; ປູກໃໝ່ ແລະບົດລະບັດຮັກສາຕົ້ນໄມ້, ຕົ້ນໄມ້ຮົ່ມກວ່າ 1.000 ຕົ້ນ.

* ສູນວັດທະນະທໍາ ແລະຫໍສະໝຸດຮ່າໂນ້ຍ ຫາກໍ່ຈັດຕັ້ງການວາງສະແດງຫົວຂໍ້ສະເພາະ “ພັກກອມມູນິດຫວຽດນາມ-ຈາກກອງປະຊຸມໃຫຍ່ ຮອດກອງປະຊຸມໃຫຍ່” ທີ່ຫ້ອງໂຖງຂັ້ນ 1 (ເລກທີ 54 E, ຖະໜົນ ເຈິ່ນຮືງດ້າວ, ຕາແສງ ເກືອນາມ), ນໍາສະເໜີເອກະສານກວ່າ 300 ສະບັບທີ່ໄດ້ຄັດເລືອກ, ສ່ອງແສງວິວັດການປະຫວັດສາດບັນດາກອງປະຊຸມໃຫຍ່ນັບແຕ່ການສ້າງຕັ້ງຈົນເຖິງປະຈຸບັນ, ເຮັດແຈ້ງບັນດານະໂຍບາຍຊີ້ຂາດຍຸດທະສາດ, ບັນດາບາດລ້ຽວສໍາຄັນຂອງການປະຕິວັດຫວຽດນາມ ແລະຜົນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII, ບັນດາຜົນງານພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່. ເຫດການໄດ້ດໍາເນີນຈົນເຖິງວັນທີ 26 ມັງກອນ.

ໂດຍ: ໄຊນີດາ