ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທູດ ຊາອຸດິ ອາຣາເບຍ ແລະຟີລິບປິນ ເຂົ້າຢ້ຽມອໍາລາ
ກປ.ອອນໄລ - ຕອນບ່າຍວັນທີ 31 ທັນວາ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງເອກອັກຄະລັດຖະທູດ ຊາອຸດິ ອາຣາເບຍ ແລະເອກອັກຄະລັດຖະທູດ ຟີລິບປິນ, ເນື່ອງໃນໂອກາດທີ່ທ່ານທູດ ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ.
ທີ່ການຕ້ອນຮັບທ່ານ Mohammed Ismaeil A. Dahlwy ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກ ຊາອຸດິ ອາຣາເບຍ, ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ຊາອຸດິ ອາຣາເບຍ ເປັນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ; ທ່ານ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຂອງທ່ານເອກອັກຄະລັດຖະທູດ, ການພົວພັນຮ່ວມມື ຫວຽດນາມ-ຊາອຸດິ ອາຣາເບຍ ບັນລຸໄດ້ບາດກ້າວຕັ້ງໜ້າຫຼາຍຢ່າງໃນທຸກຂົງເຂດ. ທ່ານປະທານປະເທດ ຖືວ່າ ສອງຝ່າຍຄວນມຸ່ງໄປເຖິງການສ້າງຂອບການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Mohammed Ismaeil A. Dahlwy ເອກອັກຄະລັດຖະທູດ ຊາອຸດິ ອາຣາເບຍ. ພາບ: qdnd.vn |
ສ່ວນທ່ານ Mohammed Ismaeil A. Dahlwy ສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານປະເທດ ທີ່ໄດ້ສະຫຼະເວລາຕ້ອນຮັບ, ຂອບໃຈທ່ານປະທານປະເທດ, ລັດ, ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຮ່ວມມື, ໜູນຊ່ວຍສະຖານທູດ, ວິສາຫະກິດ, ປະຊາຄົມຊາວ ຊາອຸດິ ອາຣາເບຍ ອາໄສຢູ່ຫວຽດນາມ ໃນໄລຍະຜ່ານມາ; ທ່ານ ເນັ້ນໜັກວ່າ, ຄວາມເອົາໃຈໃສ່, ໜູນຊ່ວຍນັ້້ນໄດ້ສ່ອງແສງໃຫ້ເຫັນສາຍພົວພັນມິດຕະພາບຮ່ວມມືລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ. ພ້ອມທັງເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບຂຶ້ນສູ່ລະດັບສູງໃໝ່, ດ້ວຍຂອບເຂດຢ່າງແຂງແຮງກວ່າອີກ, ບັນລຸໄດ້ຜົນງານຫຼາຍຢ່າງ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ. ພາບ: qdnd.vn |
* ທີ່ການຕ້ອນຮັບທ່ານ Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ-ຟີລິບປິນ, ທ່ານ ຖືວ່າສອງຝ່າຍຄວນເພີ່ມທະວີການຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ, ຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເອົາໃຈໃສ່ປະກອບສ່ວນໃຫ້ການພົວພັນສອງປະເທດ.
ສ່ວນທ່ານ Meynardo Los Banos Montealegre ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ໜູນຊ່ວຍຂອງປະທານປະເທດ, ລັດຖະບານ, ແລະປະຊາຊົນຫວຽດນາມ ສໍາລັບສະຖານທູດ ແລະສາຍພົວພັນສອງປະເທດບັນລຸໄດ້ບັນດາຜົນງານສໍາຄັນ; ພ້ອມທັງຫວັງວ່າ ຫວຽດນາມ ຈະສະໜັບສະໜູນການເປັນປະທານອາຊຽນຂອງ ຟີລິບປິນ ໃນປີ 2026 ແລະພ້ອມກັນຮັກສາຄວາມສາມັກຄີໃນຊາຍຄາລວມອາຊຽນ.
ໂດຍ: ເຈິ່ນຮວ່ຽນ