leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ສະຫາຍ ເຈິ່ນເກິ໊ມຕູ, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ໄດ້ເນັ້ນໜັກເຖິງບັນດາຜົນງານອັນໃຫຍ່ຫຼວງ ແລະການປະກອບສ່ວນອັນສໍາຄັນຂອງການທູດປະຊາຊົນ ໃນຕະຫຼອດວິວັດການປະຕິວັດຂອງປະເທດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ການໝູນໃຊ້ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ ກ່ຽວກັບການສົມທົບກຳລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ... ເພື່ອເສີມຂະຫຍາຍກວ່າອີກບົດບາດຂອງການທູດປະຊາຊົນໃນໄລຍະໃໝ່, ສະຫາຍ ເຈິ່ນເກິ໊ມຕູ ສະເໜີໃຫ້ທົ່ວລະບົບການເມືອງ ສືບຕໍ່ຍົກສູງຄວາມຮູ້, ຊາບຊຶມບັນດາຄວາມຮຽກຮ້ອງຕ້ອງການຕໍ່ກັບວຽກງານການທູດປະຊາຊົນຢ່າງເລິກເຊິ່ງ; ຖືນີ້ແມ່ນບັນດາເສົາຄໍ້າຍຸດທະສາຂອງພື້ນຖານການທູດປະຊາຊົນທີ່ຮອບດດ້ານ, ທັນສະໄໝ, ແມ່ນຂອດສໍາຄັນໃນຍຸດທະສາດປົກປັກຮັກສາ ແລະພັດທະນາປະເທດຊາດ, ໄດ້ຮັບການຜັນຂະຫຍາຍຢ່າງເປັນປະຈໍາ, ເປັນເຈົ້າການ, ຕັ້ງໜ້າ, ເປີດກວ້າງຂອບເຂດ ແລະ ກາລະໂອກາດຮ່ວມມືໃໝ່.

ໂດຍ: ທູຈາງ