ຫວຽດນາມ-ອາເມລິກາ ຊຸກຍູ້ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ການເຈລະຈາ ຄັ້ງທີ 14
ກປ.ອອນໄລ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງວໍຊິງຕັນ D.C., ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ແລະທ່ານ Fleet White ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເປັນປະທານຮ່ວມການເຈລະຈາດ້ານການເມືອງ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫວຽດນາມ-ອາເມລິກາ ຄັ້ງທີ 14.
ທີ່ການເຈລະຈາ, ສອງຝ່າຍຕີລາຄາສະພາບການພົວພັນສອງຝ່າຍພາຍຫຼັງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 2 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສືບຕໍ່ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ຫວຽດນາມ ຢືນຢັນຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດແຖວໜ້າ, ພ້ອມທັງຊົມເຊີຍ ອາເມລິກາ ເພີ່ມທະວີການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ຝ່າຍອາເມລິກາ ຢືນຢັນຄືນໃໝ່ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບການການເມືອງຂອງຫວຽດນາມ, ສະໜັບສະໜູນຫວຽດນາມ ເອກະລາດ, ເຂັ້ມແຂງ, ວັດທະນາຖາວອນ ແລະເຂັ້ມແຂງດ້ວຍຕົນເອງ.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ແລະທ່ານ Fleet White ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ດວ່ານກາ |
ບົນພື້ນຖານໝາກຜົນທີ່ບັນລຸໄດ້, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ອຸດສາຫະກໍາປ້ອງກັນຊາດ, ຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ, ຄວບຄຸມເຕັກໂນໂລຢີສູງ...
ສິ້ນສຸດການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຮັກສາ ແລະເສີມຂະຫຍາຍປະສິດທິຜົນຂອງກົນໄກການເຈລະຈາດ້ານການເມືອງ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຂັ້ນສູງ; ສົມທົບກັນຜັນຂະຫຍາຍເນື້ອໃນການຮ່ວມມືທີ່ໄດ້ຕົກລົງຢ່າງມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນປະຕິບັດຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ, ກໍ່ຄືສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ