leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Benoit Guidée ຫົວໜ້າກົມອາຊີ-ອົດສະຕາລີ, ກະຊວງການຕ່າງປະເທດຝຣັ່ງ. ພາບ: ກວາງຮວ່າ 

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບ ຝຣັ່ງ - ອີຢູ ປະເທດທຳອິດທີ່ຫວຽດນາມ ສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ສອງຝ່າຍມີພື້ນຖານການພົວພັນອັນໝັ້ນແກ່ນ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນຂົງເຂດທີ່ມີທ່າແຮງຂອງ ຝຣັ່ງ, ຄື: ຄົມມະນາຄົມຕົວເມືອງ, ພື້ນຖານໂຄງລ່າງຍຸດທະສາດ, ທາງລົດໄຟ, ພະລັງງານ...

* ກ່ອນໜ້ານັ້ນ, ທ່ານ Benoit Guidée ໄດ້ພ້ອມກັບທ່ານ ບຸ່ຍຮ່ານາມ, ຫົວໜ້າກົມເອີລົບ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານຮ່ວມວາລະປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ-ຝຣັ່ງ ຄັ້ງທີ 2.

leftcenterrightdel
ວາລະປະຊຸມປຶກສາຫາລືການເມືອງ ຫວຽດນາມ-ຝຣັ່ງ ຄັ້ງທີ 2. ພາບ: ກວາງຮວ່າ

ທີ່ວາລະປະຊຸມ, ສອງຝ່າຍພ້ອມກັນກວດກາຄືນໝາກຜົນທີ່ບັນລຸໄດ້ໃນການຮ່ວມມືສອງຝ່າຍພາຍຫຼັງ 1 ປີແຫ່ງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະເຫັນດີເປັນເອກະພາບທິດທາງການຮ່ວມມືແນໃສ່ນຳການພົວພັນເຂົ້າສູ່ລວງເລິກເຊິ່ງ ແລະມີປະສິດທິຜົນກວ່າອີກ, ສົມກັບຂອບເຂດການພົວພັນໃໝ່. ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ ແລະໃນຂອບເຂດ ອາຊຽນ-ອີຢູ.

ກ່ຽວກັບທະເລຕາເວັນອອກ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມເສລີໃນການເດີນທະເລ, ການບິນ, ເຄົາລົບກົດໝາຍຢູ່ເຂດທະເລ ແລະມະຫາສະໝຸດ, ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ໂດຍ: ເຈິ່ນຮວ່ຽນ