ຫວຽດນາມ ແລະມາເລເຊຍ ຮ່ວມມືກັນແກ້ໄຂບັນຫາການຫາປາທີ່ຜິດຕໍ່ລະບຽບກົດໝາຍ, ບໍ່ລາຍງານ ແລະບໍ່ຈົດທະບຽນ (IUU)
ສອງຝ່າຍ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ເພື່ອບັນລຸວົງເງິນສອງຝ່າຍໃຫ້ໄດ້ 20 ຕື້ໂດລາສະຫະລັດ ໂດຍໄວ ແລະເປີດກວ້າງການຮ່ວມມືພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການສຶກສາ; ເພີ່ມທະວີການຮ່ວມມືທາງທະເລ.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ Nushirwan Zainal Abidin, ຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການສະພາຄວາມໝັ້ນຄົງແຫ່ງຊາດ ມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ ກົວລາລຳເປີ, ປະເທດມາເຊເຊຍ, ວັນທີ 22 ທັນວາ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຮັດວຽກກັບທ່ານນາງ Adina Kamarudin, ຫົວໜ້າກົມໃຫຍ່ທະເລ, ກະຊວງການຕ່າງປະເທດ ມາເລເຊຍ ແລະທ່ານ Nushirwan Zainal Abidin, ຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການສະພາຄວາມໝັ້ນຄົງແຫ່ງຊາດ ມາເລເຊຍ.
ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ເພື່ອບັນລຸວົງເງິນສອງຝ່າຍໃຫ້ໄດ້ 20 ຕື້ໂດລາສະຫະລັດ ໂດຍໄວ ແລະເປີດກວ້າງການຮ່ວມມືພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການສຶກສາ; ເພີ່ມທະວີການຮ່ວມມືທາງທະເລ.
ສອງຝ່າຍກໍເຫັນດີສືບຕໍ່ຮ່ວມມືແກ້ໄຂບັນຫາການຫາປາທີ່ຜິດຕໍ່ລະບຽບກົດໝາຍ, ບໍ່ລາຍງານ ແລະບໍ່ຈົດທະບຽນ (IUU). ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກໍໄດ້ແບ່ງປັນກ່ຽວກັບບັນດາຄວາມກ້າວໜ້າ, ໝາກຜົນ ເຊິ່ງຫວຽດນາມ ບັນລຸໄດ້ໃນວຽກງານຕ້ານການຂຸດຄົ້ນ IUU ແລະຢັ້ງຢືນຄວາມຕັດສິນໃຈຂອງຫວຽດນາມ ໃນການຕ້ານ IUU ແລະພັດທະນາອາຊີບການປະມົງແບບຍືນຍົງ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານການຂຸດຄົ້ນ IUU, ແລກປ່ຽນ, ສະໜອງຂໍ້ມູນກ່ຽວກັບບັນດາກໍລະນີເຮືອປະມົງ, ຊາວປະມົງລະເມີດຂໍ້ກຳນົດລະຫວ່າງສອງປະເທດເພື່ອສົມທົບກັນແກ້ໄຂ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ