ທີ່ການສົນທະນາ, ທ່ານ ເລຮວ່າຍຈຸງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະການທູດປະຊາຊົນ; ເສີມຂະຫຍາຍບົດບາດເປັນຈຸດປະສານງານ, ນຳໜ້າຂອງກະຊວງການຕ່າງປະເທດສອງປະເທດ ເພື່ອນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສົມກັບຂອບເຂດການພົວພັນໃໝ່.

leftcenterrightdel
ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Jean-Noel Barrot ລັດຖະມົນຕີເອີລົບ ແລະການຕ່າງປະເທດ ຝຣັ່ງ. ພາບ: ກວາງຮວ່າ.

ທ່ານ ເລຮວ່າຍຈຸງ ສະເໜີໃຫ້ສອງຝ່າຍ ຂຸດຄົ້ນທ່າແຮງບົ່ມຊ້ອນຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນຢ່າງສຸດຂີດ; ສະເໜີຝຣັ່ງ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງສະຫະພາບເອີລົບ (EU) ແລະຫວຽດນາມ (EVIPA) ໂດຍໄວ ແລະມີທັດສະນະເພື່ອໃຫ້ຄະນະກຳມະການເອີລົບ ຍົກອອກ “ບັດເຫຼືອງ” IUU ສໍາລັບສິນທະເລຂອງຫວຽດນາມ, ເພື່ອແນໃສ່ປະກອບສ່ວນຊຸກຍູ້ກວ່າອີກການຮ່ວມມືລະຫວ່າງ ຫວຽດນາມ ແລະ EU.

ສ່ວນທ່ານລັດຖະມົນຕີ Barrot ຢືນຢັນວ່າ ບັນດາການພົບປະ, ແລກປ່ຽນດ້ວຍເນື້ອໃນທີ່ແທດຈິງ, ຮອບດ້ານລະຫວ່າງການນໍາຂັ້ນສູງສອງປະເທດ ໃນໄລຍະຜ່ານມາ ແມ່ນຫຼັກຖານທີ່ຊັດເຈນໃຫ້ແກ່ການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສູງລະຫວ່າງສອງປະເທດ, ພ້ອມທັງສ້າງທ່ວງທ່າຢ່າງແຂງແຮງເພື່ອຊຸກຍູ້ກວ່າອີກການຮ່ວມມືສອງຝ່າຍໃນຕໍ່ໜ້າ.

ທ່ານ Barrot ຢືນຢັນວ່າ ຝຣັ່ງ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດຍຸດທະສາດ ຄື: ພະລັງງານ, ການຄົມມະນາຄົມຂົນສົ່ງ, ການບິນອາວະກາດ..., ພ້ອມທັງສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍ ທົ່ວໂລກ.

ສອງຝ່າຍເຫັນດີເສີມຂະຫຍາຍເສົາຄໍ້າຮ່ວມມືໃໝ່ດ້ານວິທະຍາສາດ, ເຕັກໂນໂລຊີ ໃນການພົວພັນສອງຝ່າຍ; ຝຣັ່ງ ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດໃນຂົງເຂດເຕັກໂນໂລຊີໃໝ່ ເຊັ່ນ: ຊີວະພາບ, ອຸດສາຫະກໍາເຕັກໂນໂລຊີດີຈີຕອນ,  semiconductors, quantum ແລະພັດທະນາພື້ນຖານໂຄງລ່າງດີຈີຕອນ...

ເມື່ອແບ່ງປັນກ່ຽວກັບສະພາບການສາກົນ ແລະພາກພື້ນ, ສອງຝ່າຍເຫັນດີຕັ້ງໜ້າແລກປ່ຽນ ແລະສົມທົບຫຼັກໝັ້ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະອີຢູ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງພາກພື້ນ ແລະ ໃນໂລກ.

ໂດຍ: ໄຊຊະນະ