ກາລະໂອກາດຄໍາເພື່ອໂຄສະນາພາບພົດຫວຽດນາມ ໃນປີ APEC 2027
ກປ.ອອນໄລ - ວັນທີ 22 ທັນວາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າອະນຸກຳມະການໂຄສະນາ ແລະວັດທະນະທໍາຂອງຄະນະກໍາມະການແຫ່ງຊາດ APEC 2027 ໄດ້ເປັນປະທານກອງປະຊຸມ ຄັ້ງທີ 1 ຂອງອະນຸກຳມະການ ແນໃສ່ເລີ່ມເຄື່ອນໄຫວຂັ້ນຕອນກະກຽມໃຫ້ແກ່ປີ APEC 2027 ຢ່າງເປັນທາງການ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິທູຮັ່ງ ໄດ້ຢືນຢັນວ່າ ຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC 2027 ເປັນຄັ້ງທີ 3 ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ພ້ອມທັງແມ່ນພາລະໜ້າທີ່ສາກົນອັນສຳຄັນ. ນີ້ແມ່ນຫຼັກຖານພະຍານສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈສູງຂອງບັນດາພື້ນຖານເສດຖະກິດສະມາຊິກທີ່ສະຫງວນໃຫ້ແກ່ຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ເນັ້ນໜັກວ່າ, ວຽກງານໂຄສະນາ ແລະວັດທະນະທໍາສວມບົດບາດແມ່ນໜ້າທີ່ນໍາໜ້າ, ແມ່ນກາລະໂອກາດຄໍາເພື່ອໂຄສະນາຢ່າງເລິກເຊິ່ງກວ້າງຂວາງພາບພົດຫວຽດນາມ ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ທີ່ເຕັມໄປດ້ວຍສີສັນ ແລະຮັກແຂກເຖິງເພື່ອນມິດສາກົນ. ຜົນສຳເລັດຂອງວຽກງານນີ້ແມ່ນຂໍກຸນແຈເພື່ອສ້າງຂີດໝາຍອັນພົ້ນເດັ່ນກ່ຽວກັບປະເທດຫວຽດນາມ ທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ.
    |
 |
|
ບັນດາສະມາຊິກອະນຸກຳມະການໂຄສະນາ ແລະວັດທະນະທໍາ APEC 2027. ພາບ: ຮ່າເຟືອງ |
ທີ່ກອງປະຊຸມ, ບັນດາສະມາຊິກອະນຸກຳມະການ ໄດ້ປະກອບຄຳເຫັນທີ່ສຳຄັນຫຼາຍຢ່າງເຂົ້າໃນຮ່າງຂັ້ນຕອນວຽກງານ; ເຫັນດີໝູນໃຊ້ບົດຮຽນການຈັດຕັ້ງປີ APEC 2006 ແລະ 2017, ພ້ອມທັງເສີມຂະຫຍາຍວິທີເຮັດໃໝ່ເພື່ອຊ່ວຍໃຫ້ວຽກງານໂຄສະນາ, ວັດທະນະທຳໄດ້ຮັບການຜັນຂະຫຍາຍາຢ່າງມີປະສິດທິຜົນ, ຄົບຊຸດ, ເປັນເອກະພາບ ແລະຮອບດ້ານ.
* ໃນວັນດຽວກັນ, ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ເປັນປະທານການພົບປະສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມທົ່ວປະເທດສະຫຼຸບການປະຕິບັດມະຕິເລກທີ 36-NQ/TW ປີ 2004 ແລະເອກະສານຊີ້ນຳຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບວຽກງານສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຕາມນັ້ນແລ້ວ, ກອງປະຊຸມຈະດຳເນີນໃນວັນທີ 25 ທັນວາ ຢູ່ຮ່າໂນ້ຍ. ກອງປະຊຸມແມ່ນໂອກາດສຳຄັນເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ເຊື່ອມຕໍ່ລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ໂດຍ: ເຈິ່ນຮວ່ຽນ