    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ແລະພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn. |
ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານໃນໄລຍະຈະມາເຖິງຢ່າງປະສິດທິຜົນ ຜ່ານການເພີ່ມທະວີການແລກປ່ຽນການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການພົວພັນໃນຊ່ອງທາງລັດ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນ ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ; ສົມທົບກັນປະຕິບັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣູໄນ ໄລຍະ 2023-2027 ຢ່າງມີປະສິດທິຜົນ.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ແລະພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah. ພາບ: qdnd.vn |
ທ່ານ ເລືອງເກື່ອງ ແລະພະມະຫາກະສັດ Darussalam Haji Hassanal Bolkiah ຢືນຢັນວ່າ ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ; ເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນເພື່ອນໍາວົງເງິນການຄ້າສອງສົ້ນເພີ່ມຂຶ້ນທົບສອງເທົ່າໃນໄລຍະໄວທີ່ສຸດຜ່ານມາດຕະການສົ່ງເສີມການຄ້າ ແລະການລົງທຶນ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ, ຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ເສດຖະກິດດີຈີຕອນ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ...
ການນຳສອງທ່ານ ຢືນຢັນຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນສະພາບການພາກພື້ນທີ່ມີສິ່ງທ້າທາຍຫຼາຍຢ່າງ; ເຫັນດີແບ່ງປັນບົດຮຽນ ແລະເປີດກວ້າງການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກໍາ, ຄື: ການຄ້າເຖື່ອນ, ຢາເສບຕິດ... ການນຳສອງທ່ານ ກໍ່ໄດ້ເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດສຳຄັນ, ຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນແນໃສ່ປະກອບສ່ວນເພີ່ມທະວີຄວາມສະໜິດຕິດພັນ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດຢ່າງຮອບດ້ານ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ສອງຝ່າຍໄດ້ຕີລາຄາສູງເລື່ອງສອງປະເທດຕັ້ງໜ້າສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ອາຊຽນ; ເຫັນດີປັບປຸງຄວາມສາມັກຄີ ແລະເປັນເອກະພາບໃນອາຊຽນ, ພ້ອມກັບບັນດາປະເທດອາຊຽນ ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah ຢືນຢັນການສະໜັບສະໜູນຫວຽດນາມ ໃນບົດບາດເປັນປະທານໝູນວຽນຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ໃນປີ 2026 ແລະເປັນເຈົ້າພາບຈັດຕັ້ງປີ APEC 2027 ສໍາເລັດຜົນ.
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໃຫ້ຄຳໝັ້ນສັນຍາຮັກສາ ແລະຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ; ຮຽກຮ້ອງໃຫ້ທຸກຝ່າຍລະງັບໃຈ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານຫຼັກການພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດໃນຂົງເຂດການຮ່ວມມືທາງທະເລ, ສິນໃນນ້ຳ ແລະການປ້ອງກັນ, ຕ້ານ IUU.
* ຕອນຄໍ່າວັນດຽວກັນ, ຢູ່ຫໍປະຊຸມສາກົນ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນເຈົ້າພາບຈັດງານລ້ຽງພະມະຫາກະສັດ Darussalam Haji Hassanal Bolkiah ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ບຣູໄນ.
* ຕອນບ່າຍວັນທີ 1 ທັນວາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບພະມະຫາກະສັດ Darussalam Haji Hassanal.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະພະມະຫາກະສັດ Darussalam Haji Hassanal. ພາບ: qdnd.vn |
ທີ່ການພົບປະ, ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣູໄນ ໃນໄລຍະຜ່ານມາ ພັດທະນາຢ່າງແຂງແຮງ. ເພື່ອເພີ່ມທະວີການພົວພັນສອງປະເທດກວ່າອີກ, ທ່ານ ຟ້າມມິງຈິ໊ງ ສະເໜີສືບຕໍ່ໃຫ້ບຸລິມະສິດບາງຈຸດສຸມ. ທີໜຶ່ງ, ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ເສີມຂະຫຍາຍປະສິດທິຜົນກົນໄກຮ່ວມມືສອງຝ່າຍ; ສືບຕໍ່ປະຕິບັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣູໄນ ໄລຍະ 2023-2027 ຢ່າງມີປະສິດທິຜົນ. ທີສອງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນບັນດາຂົງເຂດບຸລິມະສິດ, ຄື: ນ້ຳມັນອາຍແກັສ, ທາດເຄມີ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ... ທີສາມ, ເພີ່ມທະວີການຮ່ວມມືທາງທະເລ, ເປັນຕົ້ນແມ່ນການຂຸດຄົ້ນສິນໃນນ້ຳ, ສິນທະເລ, ແບ່ງປັນຂໍ້ມູນຂ່າວສານປະຕິບັດກົດໝາຍຢູ່ທະເລ. ທີສີ່, ເປີດກວ້າງການພົບປະແລກປ່ຽນວັດທະນະທຳ, ກິລາ ແລະການສຶກສາ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນເປີດກວ້າງການຮ່ວມສໍາພັນລະຫວ່າງບັນດາສະຖາບັນການສຶກສາ ແລະແລກປ່ຽນນັກສຶກສາ, ຄົ້ນຄວ້າຮ່ວມ.
ເຫັນດີຕໍ່ຂໍ້ສະເໜີເພີ່ມທະວີການພົວພັນຂອງທ່ານ ຟ້າມມິງຈິ໊ງ, ພະມະຫາກະສັດ Darussalam Haji Hassanal ສະເໜີວ່າສອງປະເທດຄວນຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ, ການຂຸດຄົ້ນສິນໃນນ້ຳ, ສິນທະເລ, Halal ແລະພົບປະແລກປ່ຽນປະຊາຊົນ; ເຊື່ອໝັ້ນວ່າ ບັນດາເອກະສານທີ່ໄດ້ລົງນາມໃນການຢ້ຽມຢາມຈະຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
* ຕອນບ່າຍວັນທີ 1 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບພະມະຫາກະສັດ Darussalam Haji Hassanal.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພະມະຫາກະສັດ Darussalam Haji Hassanal. ພາບ: qdnd.vn |
ທີ່ການພົບປະ, ພະມະຫາກະສັດ Darussalam Haji Hassanal ສະເໜີວ່າ ໃນໄລຍະຈະມາເຖິງ, ອົງການນິຕິບັນຍັດສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ກໍ່ຄືສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະສາກົນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຫັນດີເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພານິຕິບັນຍັດບຣູໄນ ໃນໄລຍະຈະມາເຖິງ, ພິເສດແມ່ນການແລກປ່ຽນບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ ແລະການຮ່ວມມືລັດຖະສະພາ.
ໃນສະພາບການພາກພື້ນ ແລະສາກົນພວມມີການຜັນແປຢ່າງສັບສົນ, ເປັນສອງສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອາຊຽນ, ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນແນໃສ່ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ; ແບ່ງປັນຫຼັກໝັ້ນລວມໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ພິເສດແມ່ນ UNCLOS 1982 ໃນບັນຫາທະເລຕາເວັນອອກ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະຜົນປະໂຫຍດລວມຂອງປະຊາຊົນບັນດາປະເທດອາຊຽນ.
ໂດຍ: ເຈິ່ນຮວ່ຽນ