ກ່າວປາໄສທີ່ເຫດການ, ທ່ານ ໂຕເລິມ ໄດ້ຊົມເຊີຍສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ດ້ວຍປະຫວັດຄວາມເປັນມາ 30 ປີແຫ່ງການສ້າງຕັ້ງ ແລະພັດທະນາ ໄດ້ກາຍເປັນສະຖານທີ່ບໍາລຸງກໍ່ສ້າງທິດສະດີ, ການເມືອງ ແລະການປົກຄອງໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງໃນກົງຈັກຂອງພັກ ແລະລັດລາວ ຫຼາຍຄົນ - ຜູ້ທີ່ແບກຮາບບົດບາດສຳຄັນໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດລາວ.

leftcenterrightdel
 
leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວປາໄສນະໂຍບາຍທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ໃນຕອນບ່າຍວັນທີ 1 ທັນວາ ປີ 2015. ພາບ: ສໍານັກຂ່າວສານຫວຽດນາມ

ສໍາລັບສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ແລະຮາກຖານບໍາລຸງສ້າງແຫ່ງຕ່າງໆ ຂອງຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງປັດໄຈຄວາມຜູກພັນທາງດ້ານສະຕິປັນຍາ, ທິດສະດີ ແລະຊັບພະຍາກອນມະນຸດ. ຫວຽດນາມ ແລະ ລາວ ຕ້ອງແບ່ງປັນບົດຮຽນຢ່າງເລິກເຊິ່ງກວ່າອີກໃນການສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໃຫ້ສົມບູນແບບ, ແບ່ງປັນບົດຮຽນປະສົບການໃນການປະຕິຮູບດ້ານບໍລິຫານ, ກົງຈັກການຈັດຕັ້ງຂອງລະບົບການເມືອງ, ປະສົບການໃນການຄຸ້ມຄອງການເງິນພາກລັດ, ຄຸ້ມຄອງທີ່ດິນ, ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການປົກຄອງຕົວເມືອງ, ຊົນນະບົດ ແລະ ພັດທະນາເຂດຫ່າງໄກສອກຫຼີກ.

leftcenterrightdel
 
leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ພ້ອມດ້ວຍບັນດາການນໍາຂັ້ນສູງຂອງສອງປະເທດ ແລະຜູ້ແທນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ບັນດາສະຖາບັນ, ໂຮງຮຽນພັກ, ໂຮງຮຽນການເມືອງ ແລະມະຫາວິທະຍາໄລຂອງລາວ ແລະຫວຽດນາມ ສືບຕໍ່ສ້າງໂຄງການຄົ້ນຄວ້າຮ່ວມກັນ, ຝຶກອົບຮົມພະນັກງານນໍາພາ, ຄຸ້ມຄອງຂັ້ນຍຸດທະສາດ; ບັນດາຊຸດບໍາລຸງສ້າງລະດັບປະລິນຍາໂທ, ປະລິນຍາເອກ, ສ້າງຕັ້ງກຸ່ມຄົ້ນຄວ້າຮ່ວມ ກ່ຽວກັບການປະຕິຮູບການບໍລິຫານ, ການຫັນເປັນດີຈີຕອນໃນການບໍລິຫານສາທາລະນະ, ການຄຸ້ມຄອງພັດທະນາແບບຍືນຍົງ.

ຢືນຢັນເຖິງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຄວາມຜູກພັນຍຸດທະສາດລະຫວ່າງ ຫວຽດນາມ ແລະລາວ ແມ່ນຊັບສົມບັດອັນລ້ຳຄ່າທີ່ບັນພະບຸລຸດ ແລະການນຳປະຕິວັດລຸ້ນຕ່າງໆຂອງສອງປະເທດ ໄດ້ປະໄວ້, ທ່ານເລຂາທິການໃຫຍ່ ໂຕເລິມ  ເນັ້ນໜັກວ່າ ຕ້ອງເບິ່ງແຍງດູແລ, ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍຊັບສົມບັດອັນລ້ຳຄ່າດັ່ງກ່າວ. ນັ້ນແມ່ນຄວາມຮັບຜິດຊອບດ້ານການເມືອງ, ແມ່ນນ້ຳໃຈຮັກແພງ, ແມ່ນກຽດສັກສີ, ແມ່ນວິຖີຊີວິດ ແລະແມ່ນມະໂນທຳຂອງສອງຊາດ.

ໂດຍ: ທູຈາງ