ໃນບົດກ່າວປາໄສ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ຢືນຢັນວ່າ ສັນຕິພາບທັງແມ່ນເປົ້າໝາຍ, ທັງແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ການສ້າງອະນາຄົດທີ່ໝັ້ນຄົງ, ມີຄວາມຍຸດຕິທຳ, ປະຊາທິປະໄຕ ແລະພັດທະນາວັດຖະນາຖາວອນ. ທ່ານປະທານປະເທດ ຮຽກຮ້ອງໃຫ້ຢຸດຍິງ, ຢຸດຕິການໃຊ້ຄວາມຮຸນແຮງ, ປົກປ້ອງສາມັນຊົນ, ສ້າງເງື່ອນໄຂໃຫ້ການເຂົ້າເຖິງມະນຸດສະທຳຢູ່ບັນດາເຂດປະທະກັນ, ຕີລາຄາສູງຕໍ່ເລື່ອງຫຼາຍປະເທດຮັບຮອງ ລັດ ປາແລັດສະຕິນ, ຮຽກຮ້ອງໃຫ້ມີການຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນໃຫ້ແກ່ຊາວ ປາແລັດສະຕິນ, ສະເໜີໃຫ້ຝ່າຍອາເມລິກາ ຍົກເລີກມາດຕະການຂວ້ຳບາດຕໍ່ກັບກູບາ, ແລະນໍາ ກູບາ ອອກຈາກບັນຊີລາຍຊື່ປະເທດຊ່ວຍເຫຼືອກໍ່ການຮ້າຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວປາໄສທີ່ວາລະປະຊຸມຮ່ວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 80. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຕັດສິນໃຈປະຕິບັດບັນດາເປົ້າໝາຍຍຸດທະສາດເພື່ອກາຍເປັນປະເທດກໍາລັງພັດທະນາ ທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບສະເລ່ຍປານກາງສູງ ໃນ ປີ 2030 ແລະກາຍເປັນປະເທດມີລາຍຮັບສູງໃນປີ 2045; ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ບັນລຸການປ່ອຍອາຍພິດເປັນລະດັບລົງ 0 ໃນປີ 2050.
    |
 |
ບັນດາສະມາຊິກໃນຄະນະຫວຽດນາມ ເຂົ້າຮ່ວມວາລະປະຊຸມຮ່ວມຂັ້ນສູງ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 80. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຊື້ອເຊີນບັນດາປະເທດມາຮ່າໂນ້ຍ ເພື່ອເຂົ້າຮ່ວມພິທີເປີດການລົງນາມໃນສົນທິສັນຍາ ສປຊ ກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກໍາທາງອິນເຕີແນັດ ໃນວັນທີ 25 ຕຸລາ ຈະມາເຖີງ, ທ່ານ ເລືອງເກື່ອງ ໃຫ້ຮູ້ວ່າ ຫວຽດນາມ ພວມຕັ້ງໜ້າກະກຽມ ເພື່ອດໍາລົງຕໍາແໜ່ງເປັນປະທານກອງປະຊຸມກວດກາຄືນສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍໃນປີ 2026, ພ້ອມທັງສະເໜີບັນດາປະເທດ ສະໜັບສະໜູນ ການອອກຮັບສະໝັກເລືອກເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2026-2028 ແລະເປັນຜູ້ພິພາກສາສານກົດໝາຍວ່າດ້ວຍທະເລສາກົນ ອາຍຸການ 2026-2036 ຂອງຫວຽດນາມ.
* ໃນຂອບເຂດການເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 80 ພ້ອມດ້ວຍການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ, ວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບ: ທ່ານນາງ Annalena Baerbock ປະທານສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 80, ທ່ານ Recep Tayip Erdogan ປະທານາທິບໍດີຕວກກີ, ທ່ານ Abdul Latif Rashid ປະທານາທິບໍດີອີຣັກ ແລະທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານນາງ Annalena Baerbock ປະທານສະມັດຊາໃຫຍ່ ສປຊ. ພາບ: qdnd.vn |
ທີ່ການພົບປະກັບທ່ານນາງ Annalena Baerbock ປະທານສະມັດຊາໃຫຍ່ ສະຫະປະຊາຊາດ, ທ່ານປະທານປະເທດ ເລືອງເກື່ອງ ແບ່ງປັນກັບທ່ານນາງ Baerbock ກ່ຽວກັບການກະກຽມເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມໃນສົນທິສັນຍາ ສປຊ ກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກໍາ ທາງອິນເຕີແນັດ ຢູ່ຮ່າໂນ້ຍ ໃນເດືອນຕຸລາຈະມາເຖິງ; ການກະກຽມດໍາລົງຕໍາແໜ່ງປະທານກອງປະຊຸມກວດກາຄືນສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍໃນປີ 2026 ກໍຄືການອອກຮັບສະໝັກເລືອກເຂົ້າຫຼາຍອົງການ, ຕໍາແໜ່ງສໍາຄັນອື່ນອີກຂອງຫວຽດນາມ ແລະສະເໜີປະທານສະມັດຊາໃຫຍ່ ສະຫະປະຊາຊາດ ໜູນຊ່ວຍຢ່າງຕັ້ງໜ້າໃຫ້ຄວາມມານະພະຍາຍາມຂອງຫວຽດນາມ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ Annalena Baerbock ປະທານາທິບໍດີຕວກກີ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບທ່ານ Annalena Baerbock ປະທານາທິບໍດີຕວກກີ, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ສອງປະເທດພວມຢູ່ໃນໄລຍະທີ່ສະດວກເພື່ອພັດທະນາການພົວພັນຂຶ້ນສູ່ລະດັບສູງໃໝ່. ການນຳສອງທ່ານໄດ້ເຫັນດີເປັນເອກະສັນເປົ້າໝາຍສູ້ຊົນຍົກວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ຕວກກີ ຂຶ້ນເປັນລະດັຍ 4 ຕື້ USD, ພ້ອມທັງຄົ້ນຄວ້າສ້າງຂອບເຂດໃໝ່ ເພື່ອແນໃສ່ສ້າງຄວາມສະດວກຫຼາຍກວ່າອີກໃຫ້ການຄ້າ ແລະການລົງທຶນ, ໃນນັ້ນມີການຊຸກຍູ້ສັນຍາການຄ້າເສລີລະຫວ່າງສອງປະເທດໜຶ່ງສະບັບ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Abdul Latif Rashid ປະທານາທິບໍດີອີຣັກ. ພາບ: qdnd.vn |
ທີ່ການຕ້ອນຮັບທ່ານ Abdul Latif Rashid ປະທານາທິບໍດີອີຣັກ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ ເພື່ອຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ກໍ່ຄືເພີ່ມທະວີການເຂົ້າເຖິງຕະຫຼາດ Halal; ພ້ອມທັງຫວັງວ່າ ອີຣັກ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນເຂົ້າຂົງເຂດທີ່ເໝາະສົມກັບຄວາມຕ້ອງການຂອງ ອີຣັກ ໃນວິວັດການສ້າງສາປະເທດຄືນໃໝ່.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: qdnd.vn |
ທີ່ການຕ້ອນຮັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານ Marco Rubio ໄດ້ແລກປ່ຽນຫຼາຍເນື້ອໃນການຮ່ວມມືໃນຂົງເຂດ, ຄື: ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຢີ, ການສຶກສາ, ມະນຸດສະທຳ - ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ສອງຝ່າຍແກ້ໄຂບັນຫາທີ່ສອງຝ່າຍຕ່າງມີຄວາມສົນໃຈຢ່າງມີປະສິດທິຜົນ, ພິເສດແມ່ນພາສີຕອບໂຕ້; ຢືນຢັນວ່າ ຫວຽດນາມ ຊົມເຊີຍບັນດາວິສາຫະກິດອາເມລິກາ ເພີ່ມທະວີການຮ່ວມມື-ລົງທຶນໃນຂົງເຂດຍຸດທະສາດ ຄື: ອຸດສາຫະກຳເຄິ່ງຊັກນໍາໄຟຟ້າ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສະເໜີລັດຖະບານອາເມລິກາ ມີວິວັດທະນາການຮັບຮອງ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດໂດຍໄວ ກໍຄືນໍາຫວຽດນາມ ອອກຈາກບັນຊີລາຍຊື່ຄວບຄຸມການສົ່ງອອກຍຸດທະສາດ.
ໂດຍ: ທູຈາງ