ຕອນເຊົ້າວັນທີ 22 ກັນຍາ, ຢູ່ສຳນັກງານອົງການສະຫະປະຊາຊາດ ທີ່ນິວຢອກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 80 ປີ. ເຂົ້າຮ່ວມພິທີ ມີປະມຸກລັດ 103 ທ່ານ, ນາຍົກລັດຖະມົນຕີ 46 ທ່ານ, ພ້ອມດ້ວຍຜູ້ຕາງໜ້າການນຳຂັ້ນສູງຂອງບັນດາປະເທດສະມາຊິກ ສປຊ, ການນຳບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ. ທ່ານ ເລືອງເກື່ອງ ປະທານປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.
    |
 |
ບັນຍາກາດວາລະປະຊຸມຂັ້ນສູງສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 80 ປີ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານນາງ Annalena Baerbock ປະທານ UNGA-80 ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ກົດບັດ ສປຊ - ເອກະສານພື້ນຖານທີ່ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາ, ຄວາມເຊື່ອໝັ້ນ ແລະຄວາມມຸ່ງຫວັງຂອງມວນມະນຸດໃນທົ່ວໂລກກ່ຽວກັບສັນຕິພາບ, ການພັດທະນາ ແລະສິດທິມະນຸດ. ຢືນຢັນວ່າ ສປຊ ເປັນອົງການໜຶ່ງດຽວທີ່ສາມາດເຊື່ອມຕໍ່ທຸກປະເທດ ແລະມີອິດທິພົນຊື່ສຽງທາງດ້ານການເມືອງທົ່ວໂລກ, ທ່ານນາງປະທານ UNGA-80 ຮຽກຮ້ອງໃຫ້ບັນດາປະເທດສະມາຊິກພ້ອມກັນເຊີດຊູການຮ່ວມມື, ສະໜັບສະໜູນການປະຕິຮູບຂອງ ສປຊ ເພື່ອປັບຕົວເຂົ້າກັບຍຸກໃໝ່ ແລະປະຕິບັດບັນດາພັນທະຕາມກົດບັດ ສປຊ ຢ່າງເຂັ້ມງວດ, ສາມັກຄີກັນ ແລະມີການກະທໍາທີ່ລະອຽດເພື່ອແກ້ໄຂບັນດາບັນຫາທົ່ວໂລກເຊັ່ນ: ຄວາມທຸກຍາກອຶດຫິວ, ການປະທະກັນ ແລະການປ່ຽນແປງຂອງສະພາບດິນຟ້າອາກາດ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບສະມາຊິກໃນຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມວາລະປະຊຸມຂັ້ນສູງສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 80 ປີ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນບົດກ່າວປາໄສຂອງຕົນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໃຫ້ຂໍ້ສັງເກດວ່າ ປະຊາຄົມໂລກພວມສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຈາກການປະທະກັນຢ່າງບໍ່ມີວັນສິ້ນສຸດ, ການແກ່ງແຍ້ງດ້ານພູມສາດການເມືອງ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພທຳມະຊາດ..., ພິເສດແມ່ນເມື່ອຄ່ອຍໆກ້າວໄປສູ່ “ໂລກຫຼາຍຂົ້ວ”. ທ່ານ Antonio Guterres ເນັ້ນໜັກວ່າ ໃນຕະຫຼອດ 80 ປີຜ່ານມາ, ສປຊ ແມ່ນເວທີແຫ່ງຄວາມຫວັງ ແລະການຮ່ວມມືສາກົນ, ເປັນເວທີປາໄສປຶກສາຫາລືລະຫວ່າງບັນດາປະເທດເພື່ອຊຸກຍູ້ສັນຕິພາບ, ສິດທິມະນຸດ, ການພັດທະນາແບບຍືນຍົງ ແລະການກະທຳດ້ານມະນຸດສະທຳ. ທ່ານເລຂາທິການໃຫຍ່ສປຊ ຮຽກຮ້ອງໃຫ້ທຸກປະເທດ ພ້ອມກັນປະຕິບັດຕາມກົດໝາຍສາກົນ, ເຊີດຊູກົດບັດ ສປຊ, ພ້ອມກັນຮ່ວມມືມຸ່ງໄປເຖິງສັນຕິພາບ, ຄວາມຍຸຕິທຳແລະຄວາມກ້າວໜ້າໃຫ້ແກ່ທຸກຄົນ.
* ກ່ອນໜ້ານັ້ນ, ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Seattle, ລັດວໍຊິງຕັນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບຄະນະຜູ້ແທນສະມາຊິກລັດຖະສະພາ ລັດ Oregon ນໍາໂດຍທ່ານ ຫງວຽນບ໊າລົກ ປະທານກຳມາທິການພັດທະນາເສດຖະກິດຂອງສະພາຕ່ຳ Oregon.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເນັ້ນໜັກວ່າ ລັດ Oregon ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືເພື່ອບັນລຸການເຕີບໂຕເສດຖະກິດສູງ ແລະໝັ້ນຄົງ. ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຍິນດີຕ້ອນຮັບ ແລະພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະຮາກຖານບໍາລຸງສ້າງຂອງ Oregon ເປີດກວ້າງການຮ່ວມມື, ລົງທຶນ, ຄົ້ນຄວ້າ ແລະພັດທະນາຢູ່ຫວຽດນາມ; ສະເໜີໃຫ້ທ່ານ ຫງວຽນບ໊າລົກ ແລະບັນດາສະມາຊິກລັດຖະສະພາໃນຄະນະສືບຕໍ່ສະໜັບສະໜູນການພົວພັນສອງຝ່າຍ ຫວຽດນາມ-ອາເມລິກາ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ; ໜູນຊ່ວຍຫວຽດນາມ ໃນການພັດທະນາເສດຖະກິດສີຂຽວ, ອຸດສາຫະກຳ semiconductor, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາແບບຍືນຍົງ ແລະເຊື່ອມໂຍງເຂົ້າກັບຕ່ອງໂສ້ການສະໜອງທົ່ວໂລກ; ສະໜັບສະໜູນ ແລະຊຸກຍູ້ໃຫ້ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງຫວຽດນາມ ໂດຍໄວ ແລະນໍາຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດຈຳກັດການສົ່ງອອກເຕັກໂນໂລຢີສູງ.
ທ່ານປະທານປະເທດ ເນັ້ນໜັກວ່າ, ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ເວົ້າສະເພາະແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງປະຊາຄົມຊົນຊາດຫວຽດນາມ, ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພີ່ນ້ອງຮ່ວມຊາດມີຊີວິດການເປັນຢູ່ເປັນປົກກະຕິ ແລະປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ. ທ່ານປະທານປະເທດ ສະເໜີບັນດາສະມາຊິກລັດຖະສະພາ ສືບຕໍ່ສົ່ງເສີມປະຊາຄົມຊາວຫວຽດນາມ ອາໄສຢູ່ Oregon ເສີມຂະຫຍາຍມູນເຊື້ອສາມັກຄີ, ມຸ່ງໄປຫາບ້ານເກີດເມືອງນອນ, ປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງຫວຽດນາມ ແລະການພົວພັນລະຫວ່າງສອງປະເທດ.
ບັນດາສະມາຊິກລັດຖະສະພາ ຢືນຢັນຈະສືບຕໍ່ສະໜັບສະໜູນການເປີດກວ້າງການຮ່ວມມືກັບຫວຽດນາມ, ພິຈາລະນາຄວາມສາມາດໃນການຈັດຕັ້ງບັນດາໂຄງການສົ່ງເສີມການຄ້າ, ການເຊື່ອມໂຍງດ້ານວິຊາການ, ການພົບປະແລກປ່ຽນປະຊາຊົນ, ກໍຄືການຕ້ອນຮັບຄະນະຜູ້ແທນທຸກຂັ້ນຂອງຫວຽດນາມ ທີ່ມາຢ້ຽມຢາມລັດ Oregon ໃນໄລຍະຈະມາເຖິງ. ຄະນະ ກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງພ້ອມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ລັດ, ໜູນຊ່ວຍປົກປັກຮັກສາສິດຜົນປະໂຫຍດ ແລະສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງສອງປະເທດຢ່າງມີປະສິດທິຜົນ.
* ຕອນເຊົ້າວັນທີ 21 ກັນຍາ, ຢູ່ນະຄອນ Seattle, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Ron Vachris ປະທານ ທັງເປັນຜູ້ອໍານວຍການຝ່າຍບໍລິຫານກຸ່ມບໍລິສັດ Costco.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານ Ron Vachris ປະທານ ທັງເປັນຜູ້ອໍານວຍການຝ່າຍບໍລິຫານກຸ່ມບໍລິສັດ Costco. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເນັ້ນໜັກວ່າ ຂໍ້ລິເລີ່ມຂອງກຸ່ມບໍລິສັດ Costco ໃນການສ້າງຂອບການຮ່ວມມືຍຸດທະສາດເພື່ອພັດທະນາກຳລັງການຜະລິດ ແລະຕ່ອງໂສ້ການສະໜອງແມ່ນທິດທາງທີ່ສອດຄ່ອງກັບບຸລິມະສິດຍຸດທະສາດຂອງຫວຽດນາມ ໃນການເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນຕ່ອງໂສ້ມູນຄ່າທົ່ວໂລກ, ພິເສດແມ່ນສໍາລັບບັນດາຂະແໜງທີ່ມີທ່າແຮງ ຄື: ຜະລິດຕະພັນກະເສດ, ສິນທະເລ, ແຜ່ນແພ, ເກີບໜັງ ແລະອຸດສາຫະກຳເບົາ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືໃນການຖ່າຍທອດເຕັກໂນໂລຊີສີຂຽວ, ໜູນຊ່ວຍວິສາຫະກິດຫວຽດນາມ ປັບປຸງຂັ້ນຕອນການຜະລິດ, ຫຼຸດຜ່ອນການປ່ອຍອາຍພິດ ແລະນຳໃຊ້ພະລັງງານທົດແທນ ແລະຍົກສູງກໍາລັງແກ່ງແຍ້ງຂອງສິນຄ້າ.
ທ່ານປະທານປະເທດ ເນັ້ນໜັກວ່າ ດ້ວຍຈຳນວນພົນລະເມືອງປະມານ 100 ລ້ານຄົນ, ຊົນຊັ້ນກາງເພີ່ມຂຶ້ນ ແລະຄວາມຕ້ອງການບໍລິໂພກນັບມື້ນັບເປີດກວ້າງຢ່າງບໍ່ຢຸດຢັ້ງ, ຫວຽດນາມ ຈະແມ່ນສະຖານທີ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ; ພ້ອມທັງຊົມເຊີຍຄໍາສະເໜີຂອງ Costco ກ່ຽວກັບການເຄື່ອນໄຫວຢ່າງເປັນທາງການ ແລະລົງທຶນຍາວນານຢູ່ຫວຽດນາມ.
ໂດຍ: ໄຊຊະນະ