ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງສູນກາງ ຄັ້ງທີ I
ກປ.ອອນໄລ - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງສູນກາງ ຄັ້ງທີ I ໄລຍະ 2025-2030. ເຂົ້າຮ່ວມກອງປະຊຸມໃຫຍ່ ມີທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ບັນດາສະຫາຍການນຳພັກ, ລັດ ແລະຜູ້ແທນ 346 ຄົນ ທີ່ຕາງໜ້າໃຫ້ສະມາຊິກພັກ ກວ່າ 5.000 ຄົນ ຂອງອົງຄະນະພັກ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຮົ່ງອຽນ |
ກ່າວຄຳເຫັນຊີ້ນໍາກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ສືບຕໍ່ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ປະຊາຊົນ; ສ້າງຕັ້ງກອງທຶນຊ່ວຍເຫຼືອສຸກເສີນວົງຄະນະຍາດຂັ້ນແຂວງ; ທົດລອງການປະກັນໄພຄວາມສ່ຽງວົງຄະນະຍາດສໍາລັບກຸ່ມທີ່ດ້ອຍໂອກາດ; ຮ່ວມສໍາພັນສາສະໜາ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນເຂົ້າໃນຕ່ອງໂສ້ສະຫວັດດີການສັງຄົມທີ່ໂປ່ງໃສ, ມີການກວດສອບສັງຄົມ ແລະອົງການຈັດຕັ້ງການເມືອງ, ສັງຄົມເຄື່ອນໄຫວຖືກຕາມມາດຖານ ແລະຈຸດປະສົງ, ສະແດງໃຫ້ເຫັນຢ່າງຈະແຈ້ງລັກສະນະເປັນຕາງໜ້າ, ລັກສະນະມະຫາຊົນ, ສັງຄົມ-ມະນຸດສະທໍາ, ສະໝັກໃຈ-ປະຊາທິປະໄຕ; ເພື່ອເປົ້າໝາຍອັນສູງສົ່ງຂອງຊາດ, ປະເທດ ແລະປະຊາຊົນ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມໃຫຍ່. ພາບ: ຮົ່ງອຽນ |
ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: “ປະຕິບັດສໍາເລັດລະບຽບການສົມທົບກັນເຮັດວຽກລະຫວ່າງ 25 ອົງການຈັດຕັ້ງພັກ ຂຶ້ນກັບຄະນະພັກແນວໂຮມປະເທດຊາດ. ຄວນຈັດແບ່ງຂັ້ນ, ແບ່ງສິດອໍາຢ່າງຈະແຈ້ງ, ຕ້ານການທັບຊ້ອນກັນ, ຮັກສາຫຼັກການເຄື່ອນໄຫວຂອງລະບົບການເມືອງ ທີ່ໄດ້ກໍານົດໃນເອກະສານນິຕິກຳສະບັບຕ່າງໆ, ໃນກົດລະບຽບພັກ ແລະຂໍ້ກໍານົດທີ່ກ່ຽວຂ້ອງ. ປັບປຸງ ແລະເປີດກວ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສ້າງເຄືອຂ່າຍຜູ້ຕາງໜ້າ ແລະເຂົ້າຮ່ວມຫຼາຍຊັ້ນ, ຫຼາຍຊ່ອງທາງໃຫ້ແກ່ກໍາມະກອນ, ຊາວກະສິກອນລຸ້ນໃໝ່, ຊາວໜຸ່ມອີງໃສ່ພື້ນຖານດີຈີຕອນ, ແມ່ຍິງ, ຜູ້ດ້ອຍໂອກາດ, ພໍ່ແມ່ປະຊາຊົນສາສະໜາ ແລະຊົນເຜົ່າ; ຊຸກຍູ້ຄວາມສາມັກຄີທາງສາສະໜາ; ສາມັກຄີຊົນຊາດ.
    |
 |
ບັນດາສະຫາຍການນໍາພັກ, ລັດ ຖ່າຍຮູບເປັນທີ່ລະນຶກ ພ້ອມກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຮົ່ງອຽນ |
ຜັນຂະຫຍາຍ “ປະຕູແນວໂຮມດີຈີຕອນ” ເພື່ອຮັບຄຳສະເໜີແນະເວລາ 24/7; ຈັດຕັ້ງ “ເດືອນຮັບຟັງສຽງຂອງປະຊາຊົນ” ຢູ່ໃນທຸກຂັ້ນ ແລະທຸກເຂດ, ພາກ; ສ້າງແຜນທີ່ໂຕ້ຕອບກ່ຽວກັບບັນຫາໃນການຊີວິດການເປັນຢູ່ຂອງປະຊາຊົນ. ເສີມຂະຫຍາຍເອກະລັກສະເພາະອັນລ້ຳຄ່າຂອງຫວຽດນາມ ແມ່ນບໍ່ມີການປະທະກັນທາງສາສະໜາ ແລະຊົນເຜົ່າ ເພື່ອພັດທະນາບັນດາກຸ່ມກ້ອນມະຫາສາມັກຄີ; ປັບປຸງວັດທະນະທໍາໂອບເອື້ອອາລີ, ສັນຕິພາບ, ເປັນມິດ, ຄວາມເຫັນດີເຫັນພ້ອມ, ຫັນຄວາມແຕກໂຕນໃຫ້ກາຍເປັນລັກສະນະສະເພາະ, ເປັນແຫຼ່ງກໍາລັງພັດທະນາປະເທດຊາດ”.
ໂດຍ: ທູຈາງ