ປະຊາຄົມໂລກ ຕ້ອງມີ 5 ທາງເລືອກທີ່ຖືກຕ້ອງ
ລາຍງານກ່ຽວກັບສະພາບການໂລກ ແລະການເຄື່ອນໄຫວຂອງ ສປຊ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໃຫ້ຂໍ້ສັງເກດວ່າ ໂລກພວມກ້າວເຂົ້າສູ່ໂລກຫຼາຍຂົ້ວ ແລະຕ້ອງມີລະບົບຫຼາຍຝ່າຍຢ່າງມີປະສິດທິຜົນເພື່ອຫຼີກລ້ຽງການຊໍ້າຄືນບົດຮຽນທີ່ນໍາໄປສູ່ສົງຄາມໂລກຄັ້ງທີ 1. ສປຊ ແມ່ນເຂັມທິດທາງດ້ານຈັນຍາບັນ, ເປັນກຳລັງຮັກສາສັນຕິພາບ, ປົກປ້ອງກົດໝາຍສາກົນ, ຊຸກຍູ້ການພັດທະນາແບບຍືນຍົງ, ຮັບປະກັນສິດທິມະນຸດ, ຫັນບັນດາລັດຖະນະໂຍບາຍທົ່ວໂລກ ກາຍເປັນການກະທໍາທີ່ລະອຽດ. ທ່ານ Antonio Guterres ເນັ້ນໜັກວ່າ, ໃນສະພາບການປະຈຸບັນ, ປະຊາຄົມສາກົນ ຕ້ອງມີ 5 ທາງເລືອກທີ່ຖືກຕ້ອງ. ທີໜຶ່ງ, ສັນຕິພາບຕ້ອງອີງໃສ່ກົດໝາຍສາກົນ. ທີສອງ, ຮັບປະກັນສິດທິມະນຸດ ແລະກຽດສັກສີ ດ້ວຍການປະຕິບັດບັນດາຄໍາໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ. ທີສາມ, ຊຸກຍູ້ຄວາມຍຸຕິທຳດ້ານດິນຟ້າອາກາດ ແລະການກະທໍາຂອງດິນຟ້າອາກາດຜ່ານການຫັນປ່ຽນພະລັງງານແບບຍືນຍົງ ແລະສະເໝີພາບ, ຮັບປະກັນແຫຼ່ງກໍາລັງໃຫ້ແກ່ດິນຟ້າອາກາດສີຂຽວ ໂດຍຜ່ານກົນໄກ ແລະນະໂຍບາຍການເງິນ. ທີສີ່, ນຳໃຊ້ ແລະຂຸດຄົ້ນເຕັກໂນໂລຊີທີ່ກ້າວໜ້າ, ປັນຍາປະດິດເພື່ອຮັບໃຊ້ການພັດທະນາຂອງໂລກ ແລະມວນມະນຸດ. ທີຫ້າ, ຕ້ອງກໍ່ສ້າງອົງການ ສປຊ ກວມລວມ, ໂປ່ງໃສກວ່າ ແລະກຽມພ້ອມໃຫ້ແກ່ສະຕະວັດທີ 21.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບສະມາຊິກໃນຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມວາລະປະຊຸມຂັ້ນສູງສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 80 ປີ. ພາບ: ສໍານັກຂ່າວສານຫວຽດນາມ. ພາບ: qdnd.vn |
ທ່ານນາງ Annalena Baerbock ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 80 ໄດ້ຕີລາຄາສູງບັນດາຜົນງານຂອງ ສປຊ ທີ່ບັນລຸໄດ້ໃນການໜູນຊ່ວຍປະຊາຄົມສາກົນໃນ 80 ປີຜ່ານມາ; ຢືນຢັນຄືນໃໝ່ຄວາມສຳຄັນຂອງ ສປຊ ໃນລະບົບຫຼາຍຝ່າຍສາກົນ.
ກ່າວຄຳເຫັນພາຍຫຼັງໄຂວາລະກອງປະຊຸມ, ການນຳຂັ້ນສູງຂອງຫຼາຍປະເທດ ຖືວ່າ ໂລກພວມປະເຊີນໜ້າກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ; ສະແດງການສະໜັບສະໜູນຢ່າງແຮງບົດບາດໃຈກາງຂອງ ສປຊ ໃນລະບົບຫຼາຍຝ່າຍ, ເຊີດຊູກົດໝາຍສາກົນ, ປະຕິຮູບ ສປຊ ເພື່ອຮັບມືກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ເພີ່ມທະວີການຮ່ວມມືສາກົນ, ລະດົມແຫຼ່ງກຳລັງດ້ານການເງິນ, ພິເສດແມ່ນການເງິນສີຂຽວ, ການຮ່ວມມື ແລະແບ່ງປັນຄວາມກ້າວໜ້າດ້ານວິທະຍາສາດ-ເຕັກໂນໂລຢີ.
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຸດຍອດຂອງ ສປຊ
ກ່ອນໜ້ານັ້ນ, ຕອນທ່ຽງວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສໍານັກງານ ສປຊ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ພົບປະກັບ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.
ທ່ານ Antonio Guterres ເນັ້ນໜັກເຖິງອາລົມຈິດຄວາມຮັກແພງ ແລະການສະໜັບສະໜູນຫວຽດນາມ ເປັນພິເສດ; ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຸດຍອດ, ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າໃນທຸກຂົງເຂດເຄື່ອນໄຫວບຸລິມະສິດຂອງ ສປຊ, ພິເສດແມ່ນໃນການຮັກສາສັນຕິພາບ, ການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງສະເໝີພາບ...
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ພາບ: qdnd.vn |
ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ເຊື່ອໝັ້ນ, ສະໜັບສະໜູນລັດທິຫຼາຍຝ່າຍ ແລະບົດບາດໃຈກາງຂອງ ສປຊ ໃນການບໍລິຫານທົ່ວໂລກ; ພ້ອມແລ້ວທີ່ຈະຕ້ອນຮັບ ສປຊ ເປີດສໍານັກງານ, ຫ້ອງການຢູ່ຫວຽດນາມ; ສະເໜີ ສປຊ ເພີ່ມທະວີການໜູນຊ່ວຍດ້ານເຕັກນິກ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ລະດົມແຫຼ່ງກຳລັງໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ພິເສດແມ່ນໃນການເຂົ້າເຖິງແຫຼ່ງກໍາລັງການເງິນດ້ານດິນຟ້າອາກາດ, ເຕັກໂນໂລຊີສະອາດລຸ້ນໃໝ່ ແລະຍົກສູງກໍາລັງຄວາມສາມາດຮັບມື.
ສອງຝ່າຍໄດ້ເຫັນດີສືບຕໍ່ຮັດແໜ້ນກວ່າອີກການພົວພັນ ຫວຽດນາມ - ສປຊ ແລະ ອາຊຽນ-ສປຊ ໃນໄລຍະຈະມາເຖິງ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງ ແລະການພັດທະນາຢູ່ພາກພື້ນ, ໃນນັ້ນມີການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເຄົາລົບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ກໍຄື ປະກອບສ່ວນລວມໃຫ້ແກ່ບັນດາບັນຫາທົ່ວໂລກ; ພ້ອມກັນເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງພິທີເປີດການເຊັນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີຢູ່ຮ່າໂນ້ຍ ໃນທ້າຍເດືອນ ຕຸລາ 2025.
ຫວຽດນາມ ຖືເປັນສໍາຄັນການພົວພັນກັບ ໂອຕຣິດ, ປາຣາໄກວ ແລະຕາຈີກິດສະຖານ
ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Christian Stocker ນາຍົກລັດຖະມົນຕີ ໂອຕຣິດ.
ທ່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ໂອຕຣິດ. ເນັ້ນໜັກວ່າ ເສດຖະກິດ, ການຄ້າ ແລະການລົງທຶນແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ, ທ່ານ ເລືອງເກື່ອງ ສະເໜີ ໂອຕຣິດ ເພີ່ມທະວີການລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດທີ່ ໂອຕຣິດ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ພື້ນຖານໂຄງລ່າງ, ພະລັງງານທົດແທນ, ການຫັນເປັນສີຂຽວ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໜູນຊ່ວຍ ໂອຕຣິດ ເຂົ້າເຖິງຕະຫຼາດອາຊຽນ ທີ່ເຕັມໄປດ້ວຍຄວາມສາມາດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Christian Stocker ນາຍົກລັດຖະມົນຕີ ໂອຕຣິດ. ພາບ: qdnd.vn |
ສ່ວນທ່ານ Christian Stocker ເຫັນດີຖືວ່າ ສອງຝ່າຍຕ້ອງເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ວິສາຫະກິດ, ທ້ອງຖິ່ນຂອງສອງປະເທດ ເຊື່ອມຕໍ່ ແລະຮ່ວມມື, ກໍຄື ຊຸກຍູ້ກວ່າອີກການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ແລະບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນ.
* ໃນວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Santiago Pena Palacios ປະທານາທິບໍດີ ປາຣາໄກວ.
ທີ່ການພົບປະ, ທ່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ປາຣາໄກວ, ຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກພື້ນອາເມລິກາໃຕ້; ສະເໜີ ຫວຽດນາມ ແລະປາຣາໄກວ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ; ສະເໜີປາຣາໄກວ ສະໜັບສະໜູນ ແລະຊຸກຍູ້ການເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (Mercosur); ສະເໜີສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຫວຽດນາມ ລົງທຶນເຂົ້າໃນພື້ນຖານໂຄງລ່າງຄົມມະນາຄົມ, ເຕັກໂນໂລຢີ ແລະຫັນເປັນດີຈີຕອນຢູ່ ປາຣາໄກວ.
ເຫັນດີກັບຄຳເຫັນ ແລະຄໍາສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານ Santiago Pena Palacios ຢືນຢັນຄວາມປາດຖະໜາຢາກຊອກຮູ້ບົດຮຽນເຊື່ອມໂຍງ ແລະພັດທະນາຂອງຫວຽດນາມ, ຖືຫວຽດນາມ ແມ່ນຂົວຕໍ່ສຳຄັນເພື່ອເປີດກວ້າງການຮ່ວມມືກັບບັນດາປະເທດອາຊຽນ. ບົນຈິດໃຈນັ້ນ, ປາຣາໄກວ ພ້ອມແລ້ວທີ່ຈະສະໜັບສະໜູນການເລີ່ມຕົ້ນການເຈລະຈາ FTA ຫວຽດນາມ - Mercosur ໂດຍໄວ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບຫວຽດນາມ, ພິເສດແມ່ນໃນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ກະສິກຳ, ແຜ່ນແພ.
* ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Emomali Rahmon ປະທານາທິບໍດີ ຕາຈີກິດສະຖານ.
ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ຕາຈີກິດສະຖານ, ທ່ານ ເລືອງເກື່ອງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ສ່ວນທ່ານ Emomali Rahmon ສະແດງການຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືຮອບດ້ານກັບຫວຽດນາມ; ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະຕາຈີກິດສະຖານປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ກໍ່ຄືຜ່ານຫວຽດນາມ ເພື່ອເປີດກວ້າງການຮ່ວມມືກັບບັນດາປະເທດອື່ນໃນພາກພື້ນ ແລະອາຊຽນ; ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະມີທ່າແຮງ ຄື: ກະສິກຳ, ການເຊື່ອມຕໍ່ທາງລົດໄຟ, ພື້ນຖານໂຄງລ່າງ.
ການພົວພັນ ຫວຽດນາມ - ອາເມລິກາ ເປັນແບບຢ່າງທີ່ດີເດັ່ນ ກ່ຽວກັບການຮໍາບາດແຜ, ສ້າງຄວາມປອງດອງ
ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລື່ອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບເພື່ອນມິດ, ຄູ່ຮ່ວມມືທີ່ມີມາແຕ່ດົນນານ ແລະປະຊາຊົນທີ່ກ້າວໜ້າອາເມລິກາ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ກັບເພື່ອນມິດ, ຄູ່ຮ່ວມມືທີ່ມີມາແຕ່ດົນນານ ແລະປະຊາຊົນທີ່ກ້າວໜ້າອາເມລິກາ. ພາບ: qdnd.vn |
ທ່ານ ເລືອງເກື່ອງ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ ແລະເຄົາລົບອາລົມຈິດອັນສະໜິດສະໜົມ, ການຊ່ວຍເຫຼືອ ແລະການສະໜັບສະໜູນອັນລ້ຳຄ່າຂອງເພື່ອນມິດ ແລະປະຊາຊົນຜູ້ຮັກຫອມສັນຕິພາບອາເມລິກາ ທີ່ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍຄື ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປັດຈຸບັນ.
ດ້ວຍຈິດໃຈ “ປະອະດີດໄວ້, ຜ່ານຜ່າຄວາມແຕກຕ່າງ, ມຸ່ງໄປເຖິງອະນາຄົດ”, ຜ່ານເວລາ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ. ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງໃນເດືອນກັນຍາ 2023 ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງສອງປະເທດ, ນໍາການພົວພັນ ຫວຽດນາມ - ອາເມລິກາ ກາຍເປັນແບບຢ່າງທີ່ດີເດັ່ນກ່ຽວກັບການຮໍາບາດແຜ, ສ້າງຄວາມປອງດອງ ໃນການພົວພັນສາກົນ. ທ່ານປະທານປະເທດຫວຽດນາມ ຫວັງວ່າ ບັນດາເພື່ອນມິດ ແລະຄູ່ຮ່ວມມືອາເມລິກາ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
* ໃນວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະສັງສັນກັບນັກຮົບເກົ່າຫວຽດນາມ ແລະນັກຮົບເກົ່າ ອາເມລິກາ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄໍາເຫັນທີ່ການພົບປະສັງສັນກັບນັກຮົບເກົ່າຫວຽດນາມ ແລະ ນັກຮົບເກົ່າອາເມລິກາ. ພາບ: qdnd.vn |
ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ປະຊາຊົນຫວຽດນາມ ດ້ວຍນ້ຳໃຈເມດຕາກະລຸນາ ແລະຄວາມໂອບເອື້ອອາລີ ໄດ້ເລືອກປະອາດີດທີ່ເຈັບປວດໄວ້ ເພື່ອມຸ່ງໄປເຖິງອະນາຄົດ, ເລືອກການໃຫ້ອະໄພ, ແຕ່ບໍ່ຫຼົງລືມ; ເຊື່ອໝັ້ນວ່າ ຄົນພາຍພາກໜ້າຂອງຫວຽດນາມ ແລະອາເມລິກາ ຈະພ້ອມກັນກໍ່ສ້າງສັງກາດແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ ແລະເຄົາລົບເຊິ່ງກັນ ແລະກັນ.
ດ້ວຍເຈດຕະນາດີ ແລະຄວາມມານະພະຍາຍາມ, ຫວຽດນາມ ແລະອາເມລິກາ ໄດ້ ແລະພວມຮ່ວມແຮງຮ່ວມໃຈກັນກໍ່ສ້າງອະນາຄົດທີ່ສົດໃສໃຫ້ສອງປະເທດ. ເລື່ອງລາວຮໍາບາດແຜ ແລະສ້າງຄວາມປອງດອງລະຫວ່າງຫວຽດນາມ ແລະອາເມລິກາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນກໍາລັງແຮງແຫ່ງນ້ຳໃຈໂອບເອື້ອອາລີ ສາມາດຍິ່ງໃຫຍ່ເຖິງຂັ້ນໃດ ແລະສາມາດບຸກທະລຸຂໍ້ຈຳກັດຄືແນວໃດ. ຫວຽດນາມ ແລະອາເມລິກາ ກໍລ້ວນແຕ່ເຫັນວ່າ ບໍ່ມີຄວາມຄຽດແຄ້ນໃດ ເປັນຕະຫຼອດໄປ ແລະບໍ່ມີບາດແຜໃດທີ່ບໍ່ສາມາດຮໍາບາດແຜໄດ້, ຖ້າຫາກພວກເຮົາ ຮູ້ເປີດໃຈ ແລະມຸ່ງໄປເຖິງອະນາຄົດ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ເປັນສັກຂີພິຍານພິທີມອບຮັບວັດຖຸທີ່ລະນຶກລະຫວ່າງນັກຮົບເກົ່າຂອງສອງປະເທດ ໃຫ້ຄອບຄົວນັກຮົບ ຫວຽດນາມ ແລະອາເມລິກາ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ແລະບັນດາຜູ້ແທນ ໄດ້ເປັນສັກຂີພິຍານບັນດານັກຮົບເກົ່າຂອງສອງປະເທດ ມອບຮັບວັດຖຸທີ່ລະນຶກໃຫ້ຄອບຄົວນັກຮົບ ຫວຽດນາມ ແລະ ອາເມລິກາ.
* ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Jeffrey David Perlman ຜູ້ອໍານວຍການຝ່າຍບໍລິຫານກອງທຶນ Warburg Pincus, ປະທານສະພາທຸລະກິດ ອາເມລິກາ - ອາຊຽນ.
ຫວຽດນາມ ຍາມໃດກໍ່ຍຶດໝັ້ນຫຼັກໝັ້ນສະໜັບສະໜູນລັດທິຫຼາຍຝ່າຍ
ຕອນຄ່ຳວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະພັນລະຍາ ພ້ອມດ້ວຍບັນດາຜູ້ແທນ ທີ່ງານລ້ຽງ. ພາບ: qdnd.vn |
ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ, ຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍອັນໃຫຍ່ຫຼວງຍ້ອນສົງຄາມ ແລະຖືກປິດລ້ອມ, ຂວໍ້າບາດ; ສືບຕໍ່ມູນເຊື້ອອະລິຍະທໍານັບພັນປີຂອງຊາດ, ດ້ວຍຄວາມພິລະອາດຫານ, ນ້ຳໃຈອັນກວ້າງໃຫຍ່ ແລະສັນຕິພາບ, ຫວຽດນາມ ໄດ້ມານະພະຍາຍາມໃນການສ້າງຄວາມປອງດອງ, ຮໍາບາດແຜ, ຮ່ວມມື ແລະພັດທະນາຢ່າງບໍ່ຢຸດຢັ້ງ; ຫັນຄວາມແຕກຕ່າງເປັນການຮໍາບາດແຜ ແລະສາມັກຄີຊົນຊາດ. ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນຊຸມປີຜ່ານມາ ແລະພວມກ້າວເຂົ້າສູ່ສັງກາດໃໝ່ ດ້ວຍຈິດໃຈໃໝ່ ແລະຄວາມຕັດສິນໃຈໃໝ່.
ຕີລາຄາກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ກັບ ສປຊ ແລະ ອາເມລິກາ, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ, ສໍາລັບ ສປຊ ແມ່ນແບບຢ່າງທີ່ມີຊີວິດຊີວາກ່ຽວກັບການພົວພັນຮ່ວມມື ແລະຮ່ວມເດີນທາງ ໃນຂະນະທີ່ການພົວພັນກັບອາເມລິກາ ແມ່ນພະຍານຫຼັກຖານໃຫ້ແກ່ຈິດໃຈປະອະດີດ ໄວ້, ຜ່ານຜ່າຄວາມແຕກຕ່າງ, ມຸ່ງໄປເຖິງອະນາຄົດ ເພື່ອໃຫ້ດຽວນີ້ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ, ໂດຍອີງໃສ່ຄວາມເຂົ້າໃຈຢ່າງຈິງໃຈ ແລະເຄົາລົບ ເຊິ່ງກັນແລະກັນ.
ທ່ານປະທານປະເທດ ຢືນຢັນວ່າ ໃນໂລກທີ່ເຕັມໄປດ້ວຍການຜັນຜວນ, ຫວຽດນາມ ຍາມໃດກໍ່ຍຶດໝັ້ນຫຼັກໝັ້ນສະໜັບສະໜູນລັດທິຫຼາຍຝ່າຍ, ກົດບັດ ສປຊ ແລະກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ; ຍາມໃດກໍເດັດດ່ຽວປົກປ້ອງຜົນປະໂຫຍດແຫ່ງຊາດ, ຂອງຊົນຊາດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພື້ນຖານການເມືອງຂອງໂລກ, ພື້ນຖານເສດຖະກິດໂລກ, ອະລິຍະທໍາຂອງມວນມະນຸດ; ຮ່ວມແຮງຮ່ວມໃຈພ້ອມກັບເພື່ອນມິດສາກົນເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງໃຫ້ທຸກປະເທດ.
ໂດຍ: ໄຊຊະນະ