leftcenterrightdel
ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ພົບປະກັບທ່ານ Gerry Brownlee ປະທານສະພາແຫ່ງຊາດນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີຝ່າຍ ນິວຊີແລນ ໜູນຊ່ວຍແບ່ງປັນບົດຮຽນກັບຫວຽດນາມ ໃນບັນດາຂົງເຂດ ຄື: ການບໍລິຫານແຫ່ງຊາດ, ການຫັນເປັນດີຈີຕອນ, ພັດທະນາສີຂຽວ, ສະໜອງທຶນການສຶກສາໃຫ້ນັກສຶກສາຫວຽດນາມ ໄປຮຽນຢູ່ນິວຊີແລນ ຫຼາຍກວ່າອີກ, ເພີ່ມທະວີການແລກປ່ຽນນັກສຶກສາ ແລະພົບປະແລກປ່ຽນລະຫວ່າງມະຫາວິທະຍາໄລຂອງສອງປະເທດ.

ສອງຝ່າຍເຫັນດີເປັນເອກະພາບສະເໜີບັນດາອົງການສອງປະເທດສົມທົບກັນຜັນຂະຫຍາຍບັນດາມາດຕະການລະອຽດ ແນໃສ່ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການລົງທຶນ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິຈາລະນາເປີດຖ້ຽວບິນໂດຍກົງລະຫວ່າງສອງປະເທດໂດຍໄວ ເພື່ອສ້າງເງື່ອນໄຂໃຫ້ການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທໍາ, ສຶກສາ ແລະບຳລຸງສ້າງ ກໍ່ຄືບັນດາຂົງເຂດທີ່ເໝາະສົມກັບທ່າອ່ຽງຂອງໂລກ... ກ່ຽວກັບບັນຫາສາກົນ, ສອງຝ່າຍເນັ້ນໜັກເຖິງຄວາມຮຽກຮ້ອງກ່ຽວກັບເຄົາລົບກົດໝາຍສາກົນ, ຄວາມສໍາຄັນຂອງຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ