ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ແບ່ງປັນໝາກຜົນອັນພົ້ນເດັ່ນໃນການປະຕິບັດງານຂອງທ່ານປະທານປະເທດ ທີ່ເຂົ້າຮ່ວມວາລະກອງປະຊຸມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 80 ແລະສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ການໄປປະຕິບັດງານຂອງທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍທີ່ສຸດເມື່ອ ຫວຽດນາມ ແລະສປຊ ລ້ວນແຕ່ສະເຫຼີມສະຫຼອງ 80 ປີແຫ່ງວັນກໍາເນີດຂອງຕົນ ແລະ ຫວຽດນາມ ແລະອາເມລິກາ ກໍ່ສະເຫຼີມສະຫຼອງ 30 ປີແຫ່ງວັນຫັນການພົວພັນທາງການທູດເປັນປົກກະຕິ.

ດ້ວຍເກືອບ 70 ການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ, ມີປະສິດທິຜົນ, ການໄປປະຕິບັດງານຂອງທ່ານ ເລືອງເກື່ອງ ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາຄາດໝາຍທີ່ວາງໄວ້ໃນລະດັບສູງ, ສ້າງຄວາມປະທັບໃຈອັນພົ້ນເດັ່ນໃນຫຼາຍດ້ານ, ທັງຫຼາຍຝ່າຍ ແລະສອງຝ່າຍ. ໂດຍລວມແລ້ວ, ການໄປປະຕິບັດງານແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງຫວຽດນາມ ຢູ່ເວທີປາໄສສາກົນ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ. ພາບ: ທູຮົ່ງ

ຜ່ານບົດກ່າວປາໄສຂອງບັນດາປະເທດທີ່ວາລະກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະ ໄໝທີ 80 ແລະໃນການແລກປ່ຽນຂອງບັນດາປະເທດກັບທ່ານປະທານປະເທດ ທີ່ການພົບປະສອງຝ່າຍຄັ້ງຕ່າງໆ, ສາມາດເຫັນໄດ້ຢ່າງຈະແຈ້ງກ່ຽວກັບສັນຕິພາບ, ການຮ່ວມມື ແລະການພັດທະນາຍັງສືບຕໍ່ແມ່ນທ່າອ່ຽງລວມ ແລະແມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນທົ່ວໂລກ. ບັນດາປະເທດສ່ວນຫຼາຍກໍ່ສືບຕໍ່ເຊີດຊູລັດທິຫຼາຍຝ່າຍ ໃນນັ້ນ ສປຊ ສວມບົດບາດເປັນຜູ້ນໍາພາ, ກົດບັດ ສປຊ ແລະກົດໝາຍສາກົນແມ່ນ “ສະໝໍ” ເພື່ອໃຫ້ບັນດາປະເທດຊຸກຍູ້ການຮ່ວມມືແກ້ໄຂບັນດາບັນຫາລວມ, ປົກປັກຮັກສາຜົນປະໂຫຍດຂອງປະເທດ-ຂອງຊາດ. ນີ້ແມ່ນພື້ນຖານອັນສຳຄັນເພື່ອໃຫ້ບັນດາປະເທດ, ໃນນັ້ນ ມີຫວຽດນາມ, ຮັກສາ ແລະປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສຸມໃສ່ບັນດາແຫຼ່ງກຳລັງພັດທະນາ.

ບັນດາສານຂອງປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ ສປຊ, ເວທີປາໄສຫຼາຍຝ່າຍທົ່ວໂລກນີ້ແມ່ນໜຶ່ງໃນບັນດາຫາງສຽງທີ່ຕັ້ງໜ້າສະໜັບສະໜູນລັດທິຫຼາຍຝ່າຍ, ການຮ່ວມມືຫຼາຍຝ່າຍ, ສະໜັບສະໜູນບົດບາດໃຈກາງຂອງ ສປຊ, ກົດບັດສະຫະປະຊາຊາດ ແລະກົດໝາຍສາກົນໃນການແກ້ໄຂບັນຫາທົ່ວໂລກ. ບັນດາບົດກ່າວປາໄສຂອງທ່ານ ເລືອງເກື່ອງ  ແລະຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຢູ່ ສປຊ  ແລະກັບບັນດາປະເທດ ແລະເພື່ອນມິດສາກົນ ໄດ້ນຳເອົາເລື່ອງຫວຽດນາມ ບືນຕົວຂຶ້ນຈາກເຖົ່າຖ່ານຂອງສົງຄາມ ແລະຄວາມອຶດຫິວທຸກຍາກ ແລະກາຍເປັນປະເທດພວມພັດທະນາທີ່ມີລາຍຮັບປານກາງ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ສຸດ, ກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາໃຫ້ຮັ່ງມີເຂັ້ມແຂງ ແລະວັດທະນາຖາວອນ.

ສິ່ງທີ່ມີຄວາມໝາຍທີ່ສຸດນັ້ນແມ່ນຄຳໝັ້ນສັນຍາຂອງຫວຽດນາມ ບໍ່ພຽງແຕ່ແມ່ນຄຳເວົ້າເທົ່ານັ້ນ ຫາກຍັງມີການເຄື່ອນໄຫວທີ່ແທດຈິງ, ລະອຽດ ຄື: ສືບຕໍ່ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນບັນດາກົນໄກສຳຄັນຂອງສະຫະປະຊາຊາດ (ສະພາສິດທິມະນຸດ ສປຊ, ຄະນະກຳມະການກົດໝາຍສາກົນ, ບັນດາອົງການຂອງ UNESCO...), ເປັນປະທານໃນການເຄື່ອນໄຫວຂະໜາດໃຫຍ່ຂອງສະຫະປະຊາຊາດ ຄື: ພິທີເປີດການເຊັນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ເດືອນ ຕຸລາ 2025), ປະທານກອງປະຊຸມກວດກາຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ 2026, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາສັນຕິພາບຢ່າງຕັ້ງໜ້າ.

ເນື່ອງໃນໂອກາດນີ້, ຫວຽດນາມ ແລະຕູວາລູ ກໍ່ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນທາງການທູດລະຫວ່າງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະຕູວາລູ. ດ້ວຍການລົງນາມໃນຖະແຫຼງການຮ່ວມນີ້, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນປະເທດທີ່ມີການພົວພັນທາງການທູດກັບທຸກປະເທດໃນໂລກ ແລະບັນດາສະມາຊິກສະຫະປະຊາຊາດທັງໝົດ.

ກ່ຽວກັບການຮ່ວມມືສອງຝ່າຍກັບອາເມລິກາ, ທ່ານປະທານປະເທດ ແລະຄະນະຜູ້ແທນຫວຽດນາມ ກໍ່ໄດ້ນຳເອົາສານ “ປ່ອຍວາງອະດີດ, ຜ່ານຜ່າຄວາມແຕກຕ່າງ, ມຸ່ງໄປເຖິງອະນາຄົດ” ໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 2 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນການພົບປະທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈຂອງທ່ານປະທານປະເທດ ກັບນັກຮົບເກົ່າຂອງສອງປະເທດ ແລະເພື່ອນມິດ, ປະຊາຊົນກ້າວໜ້າຂອງອາເມລິກາ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສານຕອບບຸນແທນຄຸນ, ຮຳບາດແຜສົງຄາມ,  ສ້າງຄວາມປອງດອງ, ສ່ວນໃນການພົບປະຂອງປະທານປະເທດ ກັບອໍານາດການປົກຄອງອາເມລິກາ, ສະພາແຫ່ງຊາດອາເມລິກາ, ອໍານາດການປົກຄອງບັນດາລັດ, ວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງອາເມລິກາ ນັບມື້ນັບໄດ້ຮັບການປັບປຸງກ່ຽວກັບແງ່ຫວັງພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພື່ອຜົນປະໂຫຍດຂອງວິສາຫະກິດ, ປະຊາຊົນສອງປະເທດ.

ນັກຂ່າວ: ດ້ວຍບັນດາໝາກຜົນທີ່ພົ້ນເດັ່ນນັ້ນ, ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສົມທົບກັບບັນດາຄູ່ຮ່ວມມື ຄືແນວໃດເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືສໍາຄັນນັ້ນ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ໃກ້ຊິດຕິດແທດກັບໝາກຜົນຢ່າງຕັ້ງໜ້າໃນການໄປປະຕິບັດງານຂອງທ່ານປະທານປະເທດ, ໃນໄລຍະຈະມາເຖິງ, ພວກເຮົາຈະຊຸກຍູ້ການຜັນຂະຫຍາຍ ແລະຫັນເປັນລະອຽດ ຄືດັ່ງລຸ່ມນີ້:

ໜຶ່ງແມ່ນ, ສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ ແລະມີປະສິດທິຜົນໃນການເຄື່ອນໄຫວຂອງອົງການສະຫະປະຊາຊາດ ແລະເວທີປາໄສຫຼາຍຝ່າຍອື່ນໆ. ຜ່ານບັນດາຄຳໝັ້ນສັນຍາລະອຽດ ແລະຂໍ້ລິເລີ່ມທີ່ແທດຈິງໄດ້ສະແດງອອກໃຫ້ເຫັນບົດບາດ, ສີສັນສະເພາະ, ພ້ອມທັງມີການປະກອບສ່ວນໃຫ້ສົມກັບບົດບາດ, ທີ່ຕັ້ງຂອງຫວຽດນາມ. ກ່ອນອື່ນ, ພວກເຮົາຕ້ອງກະກຽມຢ່າງລະອຽດ ແລະຈັດຕັ້ງພິທີເປີດການເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກໍາທາງໄຊເບີ ໃນເດືອນ ຕຸລາ ທີ່ຈະມາເຖິງນີ້ໃຫ້ດີ.

ທີສອງແມ່ນ, ຊຸກຍູ້ການພົວພັນກັບບັນດາປະເທດ, ອົງການຈັດຕັ້ງໃຫ້ເຂົ້າສູ່ລວງເລິກໂດຍຜ່ານການເພີ່ມທະວີການຮ່ວມມືໃນຂອບເຂດບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ, ກໍຄື ການແລກປ່ຽນ, ການຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບບັນຫາຄວາມໝັ້ນຄົງ, ການເມືອງ, ພາກພື້ນ, ສະພາບການສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະຕິບັດບັນດາຄຳໝັ້ນສັນຍາຢ່າງມີປະສິດທິຜົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ,  ການຊ່ວຍເຫຼືອຈາກສາກົນ ແລະບັນດາຄູ່ຮ່ວມມືທີ່ສຳຄັນກ່ຽວກັບແຫຼ່ງກໍາລັງຊັບພະຍາກອນມະນຸດໃຫ້ໄດ້ຢ່າງສຸດຂີດ, ປະກອບສ່ວນພັດທະນາປະເທດຊາດ.

ສຳລັບອາເມລິກາ, ການຮັກສາການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາ, ພິເສດແມ່ນຂັ້ນສູງ, ສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ, ປັນຍາປະດິດ, ຄົມມະນາຄົມຂົ່ນສົ່ງ, ການສຶກສາ ແລະບຳລຸງສ້າງ, ຂົງເຂດຮ່ວມມືທີ່ເປັນເສົາຄ້ຳໃນການພົວພັນສອງຝ່າຍ. ສອງຝ່າຍກໍ່ຈະພະຍາຍາມຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພ້ອມທັງສືບຕໍ່ປຶກສາຫາລືແກ້ໄຂຄວາມແຕກຕ່າງກັນທີ່ຍັງຄົງຄ້າງໃນການພົວພັນສອງຝ່າຍ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ໄຊນີດາ