ໃນຂອບເຂດການຢ້ຽມຢາມ, ທ່ານນາງ ຫງວຽນມິງຮັ່ງ ໄດ້ມີການເຮັດວຽກກັບທ່ານ Sheikh Jarrah Jaber Alahmad Al-Sabah ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດກູເວດ; ທ່ານ Saad Al-Alati ຮອງລັດຖະມົນຕີກະຊວງການເງິນກູເວດ ແລະຜູ້ອໍານວຍການຝ່າຍບໍລິຫານ ອົງການລົງທຶນ Sheikh Saud Salem Al-Sabah.
    |
 |
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Sheikh Jarrah Jaber Alahmad Al-Sabah ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດກູເວດ. ພາບ: ກະຊວງການຕ່າງປະເທດ. |
ທ່ານນາງ ຫງວຽນມິງຮັ່ງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນສອງຝ່າຍກັບກູເວດ ເວົ້າສະເພາະ ແລະບັນດາປະເທດສະພາຮ່ວມມືເຂດອ່າວ (GCC) ເວົ້າລວມ; ໃນສະພາບການໂລກ ແລະພາກພື້ນທີ່ຜັນແປຢ່າງສັບສົນ, ຫວຽດນາມ ແລະກູເວດ ຕ້ອງຊຸກຍູ້ການຮ່ວມມືກວ່າອີກເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ສົມທົບກັນສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍ, ປະຕິບັດກົດໝາຍສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
ສ່ວນທ່ານ Sheikh Jarrah Jaber Alahmad Al-Sabah ເນັ້ນໜັກວ່າ ກູເວດ ຖືເປັນສໍາຄັນການພົວພັນກັບຫວຽດນາມ, ຫວັງວ່າ ການພົວພັນລະຫວ່າງສອງປະເທດ ບໍ່ພຽງແຕ່ສຸມໃສ່ເຂົ້າໃນບັນດາຂົງເຂດພະລັງງານ ແລະນ້ຳມັນອາຍແກສ ເທົ່ານັ້ນ, ຫາກຍັງເປີດກວ້າງຢ່າງແທດຈິງໃນທຸກຂົງເຂດ, ໂດຍສະເພາະແມ່ນການລົງທຶນ, ການຄ້າ, ການທ່ອງທ່ຽວ; ຢືນຢັນວ່າໃນຖານະເປັນປະທານ GCC ໃນປີ 2025, ກູເວດ ຈະສະໜັບສະໜູນ ແລະຊຸກຍູ້ ເພື່ອເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ GCC - ຫວຽດນາມ ໂດຍໄວ.
* ທີ່ກອງປະຊຸມປຶກສາຫາລືການເມືອງຄັ້ງທີ 5, ທ່ານນາງ ຫງວຽນມິງຮັ່ງ ແລະທ່ານ Sameeh Issa Gohar Hayat ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ກູເວດ, ໄດ້ຮັບຮູ້ວ່າ ການພົວພັນດ້ານການເມືອງ-ການທູດສືບຕໍ່ຮັກສາການພັດທະນາອັນດີງາມ, ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນມີຫຼາຍຈຸດທີ່ດີເດັ່ນ. ປະຈຸບັນ ກູເວດ ແມ່ນຄູ່ຮ່ວມມືການຄ້າ ແລະຄູ່ຮ່ວມມືລົງທຶນໃຫຍ່ທີ່ສຸດຂອງຫວຽດນາມ ໃນບັນດາປະເທດ GCC.
    |
 |
ບັນຍາກາດທີ່ກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ກູເວດ ຄັ້ງທີ 5. ພາບ: ກະຊວງການຕ່າງປະເທດ. |
ຢືນຢັນຄວາມຕັດສິນໃຈນຳການພົວພັນສອງຝ່າຍ ຫວຽດນາມ - ກູເວດ ຂຶ້ນສູ່ລະດັບສູງໃໝ່, ເປີດກວ້າງເນື້ອໃນຮ່ວມມືໃນຂົງເຂດຕ່າງໆ, ສອງຮອງລັດຖະມົນຕີ ໄດ້ເຫັນດີຊຸກຍູ້ຢ່າງແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເຈລະຈາ ແລະລົງນາມບັນດາສັນຍາ, ຂໍ້ຕົກລົງສຳຄັນດ້ານການຄ້າ, ການລົງທຶນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການທ່ອງທ່ຽວ, ວັດທະນະທຳ, ເປີດສາຍການບິນໂດຍກົງ...
ສອງຝ່າຍເຫັນດີຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2026. ສອງຝ່າຍເຫັນດີເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ, ສາກົນ ແລະພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບ GCC, ລະຫວ່າງ ກູເວດ ກັບອາຊຽນ.
* ທີ່ການເຮັດວຽກກັບຮອງລັດຖະມົນຕີກະຊວງການເງິນກູເວດ, ປະທານອະນຸກຳມະການກູເວດ ໃນຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ກູເວດ, ທ່ານນາງ ຫງວຽນມິງຮັ່ງ ໄດ້ຕີລາຄາສູງການປະກອບສ່ວນສຳຄັນ ອງກະຊວງການເງິນກູເວດ ໃນການຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະກູເວດ.
* ທີ່ການເຮັດວຽກກັບຜູ້ອໍານວຍການຝ່າຍບໍລິຫານອົງການລົງທຶນກູເວດ (KIA), ທ່ານນາງ ຫງວຽນມິງຮັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນງານພັດທະນາ, ສະພາບແວດລ້ອມລົງທຶນຂອງຫວຽດນາມ, ບັນດາເປົ້າໝາຍ ແລະການຕັດສິນໃຈຍຸດທະສາດຂອງຫວຽດນາມ ໃນໄລຍະຈະມາເຖິງ; ຢືນຢັນວ່າ ຫວຽດນາມ ຫວັງວ່າ KIA ແລະນັກລົງທຶນ ກູເວດ ຈະເພີ່ມທະວີການລົງທຶນເຂົ້າຫວຽດນາມ.
ໂດຍ: ໄຊຊະນະ