ສະຫາຍ ດ່າວງອກຢູງ ລັດຖະມົນຕີກະຊວງຊົນເຜົ່າ ແລະສາສະໜາ ເຂົ້າຮ່ວມງານລ້ຽງ. ຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມເຫດການ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ. ພາບ: ຮວ່າງຫວູ໋

ກ່າວຄຳເຫັນທີ່ງານລ້ຽງ, ທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາ ຫວຽດນາມ ເນັ້ນໜັກເຖິງສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງຊາດໂດຍປະທານໂຮ່ຈີມິນ ແລະປະທານາທິບໍດີ Sukarno ເປັນຜູ້ສ້າງພື້ນຖານ, ໄດ້ການນຳ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ອິນໂດເນເຊຍ ແລະຫວຽດນາມ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ ແລະໃນໂລກ. ຕາມທ່ານເອກອັກຄະລັດຖະທູດ Denny Abdi ແລ້ວ, ສາຍພົວພັນລະຫວ່າງອິນໂດເນເຊຍ ແລະຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2025 ສ່ອງແສງໃຫ້ເຫັນບັນດາຜົນງານອັນໃຫຍ່ຫຼວງ ກໍ່ຄືຄວາມຕັດສິນໃຈຊຸກຍູ້ການພົວພັນສອງຝ່າຍໃນໄລຍະຕໍ່ໜ້າ.

ຕາງໜ້າລັດຖະບານຫວຽດນາມ, ສະຫາຍ ດ່າວງອກຢູງ ອວຍພອນບັນດາຜົນງານອັນໃຫຍ່ຫຼວງທີ່ ອິນໂດເນເຊຍ ບັນລຸໄດ້ໃນ 80 ປີແຫ່ງການສ້າງສາ ແລະພັດທະນາປະເທດ; ສະແດງຄວາມເຊື່ອໝັ້ນວ່າ ອິນໂດເນເຊຍ ຈະສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ, ຫັນວິໄສທັດ “ອິນໂດເນເຊຍຄຳ 2045” ໃຫ້ປະກົດຜົນເປັນຈິງ, ດ້ວຍບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນນັບມື້ນັບສູງຂຶ້ນ. ສະຫາຍ ດ່າວງອກຢູງ ເນັ້ນໜັກວ່າ, ໃນສະພາບການໂລກທີ່ເຕັມໄປດ້ວຍການຜັນແປຄືໃນປະຈຸບັນ, ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ອິນໂດເນເຊຍ ແລະບັນດາປະເທດສະມາຊິກ, ເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ຊຸກຍູ້ລັດທິຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ