ອົດສະຕາລີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ແລະຮ່ວມເດີນທາງກັບ ຫວຽດນາມ
ກປ.ອອນໄລ - ສືບຕໍ່ການຢ້ຽມຢາມ ອົດສະຕາລີ, ວັນທີ 19 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ແລະຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄດ້ພົບປະກັບທ່ານນາງ Sam Monstyn ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ; ໄດ້ພົບປະ ແລະປຶກສາຫາລືກັບທ່ານ Andrew Barr ຂ້າຫຼວງລັດນະຄອນຫຼວງ Canberra; ຮັບປະທານອາຫານທ່ຽງ ແລະເຮັດວຽກກັບຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ; ໄດ້ເຮັດວຽກກັບການນໍາມະຫາວິທະຍາໄລແຫ່ງຊາດອົດສະຕາລີ.
ຊົມເຊີຍທ່ານ ຫງວຽນຈ້ອງຫງ້າຍ ແລະຄະນະໄປຢ້ຽມຢາມ ອົດສະຕາລີ, ທ່ານນາງ Sam Monstyn ແລະທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະການສຶກສາສອງຝ່າຍ; ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ໃນການພັດທະນາຂອງອົດສະຕາລີ ແລະການພົວພັນລະຫວ່າງ 2 ປະເທດ; ຢືນຢັນວ່າ ອົດສະຕາລີ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ, ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ແລະຮ່ວມເດີນທາງກັບຫວຽດນາມ ໃນບັນດາຄວາມມານະພະຍາຍາມກາຍເປັນປະເທດພັດທະນາໃນໄລຍະຈະມາເຖິງ.
    |
 |
ທ່ານ ຫງວຽນຈ້ອງເຫງ້ຍ ແລະທ່ານນາງ Sam Monstyn. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບອົດສະຕາລີ ແລະປາດຖະໜາຢາກຊຸກຍູ້ທຸກຂົງເຂດການຮ່ວມມື; ຂອບໃຈລັດຖະບານ ແລະປະຊາຊົນອົດສະຕາລີ ທີ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ໃນວິວັດການການປ່ຽນໃໝ່ ແລະພັດທະນາປະເທດຊາດ; ສະເໜີສອງຝ່າຍສົມທົບກັນຢ່າງຕັ້ງໜ້າ, ປະຕິບັດບັນດາຂໍ້ຕົກລົງ ແລະກົນໄກຮ່ວມມືຂັ້ນສູງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພິເສດແມ່ນໂຄງການກະທໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສືບຕໍ່ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊຸກຍູ້ການຄ້າ 2 ສົ້ນ, ສ້າງບາດກ້າວບຸກທະລຸໃນການຮ່ວມມືພັດທະນາຊັບພະຍາກອນມະນຸດ, ການສຶກສາ- ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ ແລະອື່ນໆ.
ໂດຍ: ໄຊນີດາ