ສ. ເຊັກ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນກັບຫວຽດນາມ
ກປ.ອອນໄລ - ໃນລະຫວ່າງວັນທີ 18-21 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິແທງ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ສ. ເຊັກ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ສ. ເຊັກ, ຕອນເຊົ້າວັນທີ 19 ກັນຍາ, ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ແລະຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Milos Vystrcil ປະທານສະພາສູງ ແລະໄດ້ມີການພົບປະເຈລະຈາກັບທ່ານ Jan Skopececk ຮອງປະທານສະພາຕໍ່າ.
ການນຳສະພາສູງ ແລະສະພາຕໍ່າ ສ. ເຊັກ ຢືນຢັນວ່າ ສ. ເຊັກ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນກັບ ຫວຽດນາມ - ຄູ່ຮ່ວມມືສຳຄັນ ແລະຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງ ສ. ເຊັກ ຢູ່ອາຊີຕາເວັນອອກສ່ຽງໃຕ້; ຮັບຮູ້ບັນດາການປະກອບສ່ວນອັນຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ຢູ່ ສ. ເຊັກ ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນ, ນັ້ນແມ່ນຄວາມດຸໝັ່ນ, ຂະຫຍັນ, ໄດ້ຮັບຄວາມຮັກແພງຈາກປະຊາຊົນເຊັກ ແລະຖືວ່າແມ່ນສ່ວນໜຶ່ງຂອງສັງຄົມເຊັກ.
    |
 |
ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີການເຮັດວຽກກັບທ່ານ Milos Vystrcil ປະທານສະພາສູງ. ພາບ: Senat.cz |
ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສ. ເຊັກ - ເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມ ຢູ່ພາກພື້ນເອີລົບຕາເວັນອອກກາງ; ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດ, ບັນດາຄະນະກໍາມະການ ແລະບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອແລກປ່ຽນບົດຮຽນດ້ານນິຕິບັນຍັດ ແລະຕິດຕາມກວດກາ.
ສອງຝ່າຍໄດ້ໃຊ້ເວລາແລກປ່ຽນບັນດາມາດຕະການທີ່ລະອຽດເພື່ອແນໃສ່ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກ ຢ່າງມີປະສິດທິຜົນ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄື: ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ເຊັກ ກ່ຽວກັບການຮ່ວມມືດ້ານເສດຖະກິດ; ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຄື: ການເມືອງ - ການທູດ, ແຮງງານ, ການສຶກສາ - ບໍາລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືດ້ານລັດຖະສະພາ; ຈະເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ - ເຊັກ ໂດຍໄວ.
ທ່ານຮອງປະທານສະພາຕ່ຳເຊັກ ຢືນຢັນຈະເອົາໃຈໃສ່ ແລະຊຸກຍູ້ການປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ແລະຄະນະກຳມະການເອີລົບ (EC) ພິຈາລະນາຍົກອອກບັດເຫຼືອງ IUU ສຳລັບສິນໃນນໍ້າສົ່ງອອກຂອງຫວຽດນາມ.
ໂດຍ: ຈາງຫງວຽນ