ໄປສົ່ງຢູ່ສະໜາມບິນມີທ່ານປະທານສະພາສູງມາເລເຊຍ Dato' Awang Bemee Awang Ali Basah; ພະນັກງານ, ລັດຖະກອນຂອງສະຖານທູດ ຫວຽດນາມ ປະຈໍາ ມາເລເຊຍ.

leftcenterrightdel
 

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ພ້ອມດ້ວຍພັນລະຍາໄດ້ອອກຈາກ Kuala Lumpur ສິ້ນສຸດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 46 ຢ່າງຈົບງາມ ແລະການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ

ເຫດການດຳເນີນຖືກກັບເວລາສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ແລະເຂົ້າຮ່ວມ AIPA (1995-2025), ການປະຕິບັດງານແມ່ນໂອກາດ ເພື່ອໃຫ້ຫວຽດນາມ ຢັ້ງຢືນບົດບາດ, ການປະກອບສ່ວນຂອງຕົນ, ເສີມຂະຫຍາຍໝາກຜົນຕ່າງໆທີ່ບັນລຸໄດ້, ສືບຕໍ່ພ້ອມກັບສະມາຊິກລັດຖະສະພາມານະພະຍາມເພີ່ມຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບພາຍໃນກຸ່ມ, ຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ສວມບົດບາດໃຈກາງໃນໂຄງປະກອບການຮ່ວມມືຢູ່ພາກພື້ນ.

ບົນພື້ນຖານສອງຝ່າຍ, ນີ້ແມ່ນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຄັ້ງທຳອິດຂອງປະທານສະພາແຫ່ງຊາດຫວຽດນາມ ພາຍຫຼັງໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບມາເລເຊຍ (ເດືອນ  ພະຈິກ 2024), ຜ່ານນ້ັນ, ຊຸກຍູ້ການພົວພັນຮ່ວມມືໃນຊ່ອງທາງລັດຖະສະພາສອງຝ່າຍລະຫວ່າງຫວຽດນາມ ກັບມາເລເຊຍ ນັບມື້ນັບມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນສ້າງກອບນິຕິກໍາເພື່ອໃຫ້ລັດຖະບານ ແລະວິສາຫະກິດສອງປະເທດຍູ້ແຮງການຮ່ວມມື.

ໂດຍ: ໄຊນີດາ