leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: vov.vn

ທີ່ການພົບປະ, ທ່ານ ເລມິງຮວານ ປາດຖະໜາວ່າ, ສະຫະພາບເອີລົບ (ອີຢູ) ຈະສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາພື້ນຖານເສດຖະກິດສີຂຽວ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA), ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳທີ່ສົ່ງອອກຂອງຫວຽດນາມ ໂດຍໄວ, ໜູນຊ່ວຍການຜັນຂະຫຍາຍບັນດາຂໍ້ກຳນົດກ່ຽວກັບການຕ້ານການທຳລາຍປ່າຂອງອີຢູ ກໍຄື ວິວັດທະນາການສ້າງປະຊາຄົມອາຊຽນ, ສ້າງບັນດາແຜນການກະທຳອາຊຽນ-ອີຢູ ກັບບັນດາຍຸດທະສາດຮ່ວມມືຂອງອາຊຽນ ໃຫ້ມີຄວາມສະໜິດຕິດພັນກັນຫຼາຍກວ່າອີກ.

ສ່ວນທ່ານ Woute Beke ເນັ້ນໜັກເຖິງການຜັນຂະຫຍາຍສັນຍາການຄ້າເສລີ ອີຢູ-ຫວຽດນາມ ໃນໄລຍະຜ່ານມາບັນລຸໄດ້ປະສິດທິຜົນ ແລະໃຫ້ຮູ້ວ່າ ສັນຍານີ້ແມ່ນຕົວຢ່າງທີ່ເປັນແບບຢ່າງໃກ້ຊິດແກ່ການເຈລະຈາລະຫວ່າງ ອີຢູ ກັບບັນດາຄູ່ຮ່ວມມືອື່ນ.

ແຫຼ່ງຄັດຈາກ vovworld.vn