ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຢັ້ງຢືນວ່າ ພັກເຮົາ ຍາມໃດກໍຖືເປັນສຳຄັນວັດທະນະທຳຂອງຊາດ, ລັດ, ລັດຖະບານ ພວມຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ, ການພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ; ມຸ່ງໄປເຖິງບັນດາເປົ້າໝາຍ: ປະຊາຊົນໄດ້ຊົມໃຊ້ພື້ນຖານວັດທະນະທຳອະລິຍະທຳ ແລະ ທັນສະໄໝ, ປະກອບສ່ວນຫັນພື້ນຖານວັດທະນະທຳທີ່ເຂັ້ມຂຸ້ມສີສັນຊາດອອກສູ່ໂລກ ແລະຮັບເອົາຈຸດວັດທະນະທຳທີ່ຍອດຍິ່ງຂອງມວນມະນຸດ; ບັນດານັກສິລະປະກອນ ໄດ້ປະກອບສ່ວນຢ່າງສຸດຈິດສຸດໃຈ ເພື່ອສິລະປະ, ເພື່ອການຊົມໃຊ້ຂອງປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະເທດຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຂົ້າຮ່ວມ “V Fest – Vietnam Today”. ພາບ: VTV

“V Fest – Vietnam Today” ແມ່ນເຫດການດົນຕີໃຫຍ່, ເພື່ອແນໃສ່ເຊີດຊູຄວາມງາມຂອງປະຊາຊົນ, ວັດທະນະທຳ ແລະປະເທດ ຫວຽດນາມ ໃນສັງກາດໃໝ່. ຍ້ອນໄດ້ຮັບການລົງທຶນຢ່າງລອບຄອບຖີ່ຖ້ວນ, “V Fest – Vietnam Today” ໄດ້ນຳມາເຊິ່ງລາຍການທີ່ເຕັມໄປດ້ວຍອາລົມຈິດ, ດຶງດູດຜູ້ເຂົ້າຊົມປະມານ 22.000 ຄົນ.

ແຫຼ່ງຄັດຈາກ: vovworld.vn