ນັກຂ່າວ: ຮຽນຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ ແລະຈຸດປະສົງຂອງການປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ເພື່ອເຂົ້າຮ່ວມ ວາລະປຶກສາຫາລືລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80, ແລະມີການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ?

ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີ: ການຢ້ຽມຢາມຂອງທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນມີຄວາມໝາຍສຳຄັນພິເສດດ້ວຍຫຼາຍຈຸດໝາຍທັງສອງຝ່າຍ ແລະຫຼາຍຝ່າຍ. ໃນຂອບເຂດຫຼາຍຝ່າຍ, ການຢ້ຽມຢາມຂອງທ່ານປະທານປະເທດ ແມ່ນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ ແລະ 80 ປີແຫ່ງວັນຊາດຫວຽດນາມ.

leftcenterrightdel
ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ. ພາບ: qdnd.vn

ຜ່ານການປະຕິບັດງານ, ໄດ້ສົ່ງສານຢືນຢັນບົດບາດຂອງຫວຽດນາມ ໃນຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າ, ເນື້ອແທ້ໃນບັນດາການເຄື່ອນໄຫວ ແລະບຸລິມະສິດໃຫຍ່ຂອງສະຫະປະຊາຊາດ ແລະສາກົນ.

ຕາມນັ້ນແລ້ວ, ທ່ານປະທານປະເທດຈະເຂົ້າຮ່ວມວາລະກອງປະຊຸມຂັ້ນສູງເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ, ມີບັນດາບົດກ່າວປາໄສທີ່ສຳຄັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ແລະເຫດການຂັ້ນສູງທົ່ວໂລກກ່ຽວກັບການເຄື່ອນໄຫວດິນຟ້າອາກາດ.

ໃນຂອບເຂດສອງຝ່າຍ, ການປະຕິບັດງານຂອງທ່ານປະທານປະເທດ ໄດ້ດໍາເນີນຖຶກກັບເວລາຫວຽດນາມ ແລະອາເມລິກາ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ຄາດວ່າ 2 ຝ່າຍຈະສືບຕໍ່ເຊີດຊູບັນດາຫຼັກການພື້ນຖານຂອງການພົວພັນ, ລວມມີການເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ເຄົາລົບບັນດາລະລອບການເມືອງ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ກໍ່ຄືປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ທ່ານປະທານປະເທດຈະມີການພົບປະກັບບັນດາການນຳອາເມລິກາ, ຕ້ອນຮັບບັນດາວິສາຫະກິດ, ອົງການການເງິນ, ເພື່ອນມິດແມ່ນຄູ່ຮ່ວມມືມີແຕ່ດົນນານ, ນັກຮຽນຮູ້ ແລະເປັນປະທານພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ຢູ່ ນິວຢອກ ເພື່ອຢືນຢັນແຜນນະໂຍບາຍຖືເປັນສຳຄັນການພັດທະນາການພົວພັນກັບອາເມລິກາ.

ນັກຂ່າວ: ສະເໜີຮອງລັດຖະມົນຕີໃຫ້ຮູ້ບັນດາການປະກອບສ່ວນຂອງຫວຽດນາມ ຕໍ່ກັບ ສປຊ? ທ່ານຮອງລັດຖະມົນຕີຕີລາຄາສະພາບການຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ຄືແນວໃດ?

ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີ: ເກືອບ 50 ປີທີ່ຜ່ານມາ, ສາມາດເຫັນໄດ້ວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະສະຫະປະຊາຊາດ ໄດ້ກາຍເປັນຄູ່ຮ່ວມມືທີ່ແໜ້ນແຟ້ນ. ສະຫະປະຊາຊາດຍາມໃດກໍ່ຮ່ວມເດີນທາງ ແລະສະຫງວນໃຫ້ຫວຽດນາມ ການສະໜັບສະໜູນອັນລໍ້າຄ່າ.

ໃນຂະນະນັ້ນ, ຫວຽດນາມ ນັບມື້ນັບເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນນັບມື້ນັບມີເນື້ອແທ້, ເລິກເຊິ່ງກວ້າງຂວາງໃນຂົງເຂດເຄື່ອນໄຫວ, ບຸລິມະສິດສໍາຄັນຂອງ ສປຊ. ຫວຽດນາມ ກໍ່ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ ແລະພວມຕັ້ງໜ້າຜັນຂະຫຍາຍໂຄງການດໍາເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ພ້ອມທັງແມ່ນປະເທດນໍາໜ້າໃນການດັດປັບ ສປຊ, ຜັນຂະຫຍາຍມີປະສິດທິຜົນຂໍລິເລີ່ມ “ເຫັນດີເປັນເອກະພາບກະທໍາ”, ແລະປະຈຸບັນນອນໃນກຸ່ມປະເທດປະຕິບັດຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທໍາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ-ໜຶ່ງບຸລິມະສິດໃຫຍ່, ຕະຫຼອດຂອງ ສປຊ.

ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ດຳລົງຕຳແໜ່ງສຳຄັນຫຼາຍຢ່າງໃນບັນດາອົງການແຖວໜ້າຂອງ ສປຊ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ, ກົດໝາຍ, ຮັບປະກັນສິດທິມະນຸດ ແລະວັດທະນະທຳ. ພິເສດ, ໃນກວ່າ 10 ປີແຫ່ງການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ, ຫວຽດນາມ ໄດ້ສົ່ງພະນັັກງານ ແລະນັກຮົບເກືອບ 1.500 ຄົນເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້, ສາທາລະນະລັດ ອາຟະລິກາກາງ ແລະຢູ່ພາກພື້ນ Abyei ລະຫວ່າງຊູດານ ແລະຊູດານໃຕ້, ໃນນັ້ນແມ່ຍິງກວມ 16%, ລື່ນກາຍຄາດໝາຍຂອງ ສປຊ ວາງອອກ.

ໃນສະພາບການລັດທິຫຼາຍຝ່າຍ ແລະສປຊ ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຄາດວ່າຈະເປັນຄູ່ຮ່ວມມືທີ່ຕັ້ງໜ້າຊຸກຍູ້ການຮ່ວມມືຫຼາຍຝ່າຍກັບ ສປຊ, ເປັນໃຈກາງ ແລະຖືວ່າເປັນແບບຢ່າງໃນການຮ່ວມມືຢ່າງມີປະສິດທິຜົນກັບ ສປຊ.

ກ່ຽວກັບການພົວພັນຫວຽດນາມ - ອາເມລິກາ, ພາຍຫຼັງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະ 2 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫວຽດນາມ ແລະອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງໃຫຍ່ຫຼວງ, ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເປັນແບບຢ່າງກ່ຽວກັບການມານະພະຍາຍາມຮຳບາດແຜ, ຜ່ານຜ່າອະດີດ, ມຸ່ງເຖິງອະນາຄົດໃນການພົວພັນສາກົນ. ດ້ວຍຄວາມມານະພະຍາຍາມຈາກວົງການການເມືອງ ແລະປະຊາຊົນສອງປະເທດ, ການພົວພັນຫວຽດນາມ-ອາເມລິກາ ພັດທະນາຢ່າງບໍ່ຢຸດຢັ້ງ ແລະຮັບຮູ້ຫຼາຍໝາກຜົນປະທັບໃຈໃນທຸກຂົງເຂດ.

ໃນຂົງເຂດການເມືອງ, ການພົວພັນຫວຽດນາມ - ອາເມລິກາ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງໂດຍຜ່ານການຢ້ຽມຢາມຂັ້ນສູງ ແລະແລກປ່ຽນດ້ານການເມືອງ, ໃນນັ້ນ ມີການປະຕິບັດງານ (ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະກອງປະຊຸມສຸດຍອດໃນອະນາຄົດ) ຂອງທ່ານເລຂາທິການໃຫຍ່ ແລະປະທານປະເທດ ໂຕເລິມ ໃນເດືອນ ກັນຍາ 2024 ແລະ 4 ການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ປະເທດນັບແຕ່ເດືອນກັນຍາ 2024 ມາຮອດປະຈຸບັນ.

2 ຝ່າຍພວມສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນໃຫ້ພັດທະນາຢ່າງມີປະສິດທິຜົນ ແລະຍືນຍົງ, ແກ້ໄຂບັນຫາພາສີເຊິ່ງກັນ ແລະກັນເປັນຢ່າງດີ. ອາເມລິກາແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ. ວົງເງິນການຄ້າສອງສົ້ນໄດ້ລື່ນກາຍ 100 ຕື້ໂດລາສະຫະລັດ.

ບົນພື້ນຖານສາກົນ, ຫວຽດນາມ ແລະອາເມລິກາ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນບັນດາກົນໄກຂອງອາຊຽນ ແລະສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອຕອບສະໜອງບັນດາສິ່ງທ້າທາຍໃນທົ່ວໂລກ. ຫວຽດນາມ ຊົມເຊີຍ ອາເມລິກາ ຮັກສາຄວາມສົນໃຈ ແລະຜັນຂະຫຍາຍບັນດາຂໍ້ລິເລີ່ມ ແລະການຮ່ວມມືລະອຽດກັບພາກພື້ນອາຊີ - ປາຊີຟິກ ແລະມະຫາສະໝຸດອິນເດຍ, ພ້ອມທັງຕີລາຄາສູງເລື່ອງ ອາເມລິກາ ສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແລະບົດບາດຂອງຫວຽດນາມ ໃນເວທີປາໄສພາກພື້ນ ແລະສາກົນ ແລະໃນການຮັບມືກັບບັນດາສິ່ງທ້າທາຍລວມ.

2 ຝ່າຍຍັງຈະສືບຕໍ່ແລກປ່ຽນຢ່າງຕັ້ງໜ້າກ່ຽວກັບບັນດາບັນຫາທີ່ແຕກຕ່າງກັນບົນຈິດໃຈກົງໄປກົງມາ, ສ້າງສາ.

ຂ້າພະເຈົ້າເຊື່ອໝັ້ນວ່າ, ການປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ຈະບັນລຸຜົນສຳເລັດໃນຫຼາຍຝ່າຍ ແລະສອງຝ່າຍ, ສ້າງຄວາມປະທັບໃຈທີ່ດີງາມຕໍ່ພາລະບົດບາດ, ທີ່ຕັ້ງ, ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາໃນທົ່ວໂລກກໍ່ຄືການຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບ ອາເມລິກາ ແລະການພົວພັນຫວຽດນາມ ກັບບັນດາປະເທດເພື່ອປະກອບສ່ວນໃຫ້ສັນຕິພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈຮອງລັດຖະມົນຕີ!

ໂດຍ: ໄຊນີດາ