ຫວ່າງແລ້ວນີ້, ທ່ານ ຫງວຽນຊວນຖັ໊ງ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລາຊະອານາຈັກອັງກິດ ແລະອຽກລັງເໜືອ. ໃນການຢ້ຽມຢາມ, ທີ່ການພົບປະກັບທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ Seema Malhotra, ທ່ານ ຫງວຽນຊວນຖັ໊ງ ປາດຖະໜາຢາກ ອັງກິດ ຈະແບ່ງປັນກັບຫວຽດນາມ ໃນຂົງເຂດພັດທະນາວິທະຍາສາດເຕັກໂນໂລຢີ, ຫັນເປັນດິີຈີຕອນ, ພັດທະນາສີຂຽວ ແລະຍືນຍົງ, ກໍ່ສ້າງ ແລະເຄື່ອນໄຫວສູນການເງິນສາກົນ. ທ່ານນາງ Seema Malhotra ເນັ້ນໜັກວ່າພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ປະຕິບັດບັນດານະໂຍບາຍຊີ້ຂາດຍຸດທະສາດ.

leftcenterrightdel
ທ່ານ ຫງວຽນຊວນຖັ໊ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງ Seema Malhotra, ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບປະທານສະພາຕໍ່າອັງກິດ Lindsay Hoyle, ທ່ານ ຫງວຽນຊວນຖັ໊ງ ສະເໜີ 2 ປະເທດຄວນສືບຕໍ່ຊຸກຍູ້ ແລະຍົກລະດັບການພົວພັນ, ເພື່ອສັນຕິພາບ ແລະວັດທະນາຖາວອນຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ ແລະວັດທະນາຖາວອນລວມ. ທ່ານປະທານສະພາຕ່ຳ Lindsay Hoyle ປາດຖະໜາວ່າ 2 ປະເທດຈະຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໂດຍໄວ, ເພື່ອຕອບສະໜອງຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະວິສາຫະກິດຂອງ 2 ຝ່າຍ.

ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຊວນຖັ໊ງ ໄດ້ມີການພົບປະກັບທ່ານ Mark Kent, ປະທານເຄືອຂ່າຍມິດຕະພາບຫວຽດນາມ - ອັງກິດ, ອະດີດເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ; ເຮັດວຽກລົງເລິກກັບຜູ້ຊ່ຽວຊານດ້ານເສດຖະກິດ, ການເງິນ ແລະເຕັກໂນໂລຢີແຖວໜ້າຂອງອັງກິດ ທີ່ມາຈາກມະຫາວິທະຍາໄລ Oxford, ໂຮງຮຽນເສດຖະກິດ ແລະການເມືອງ ລອນດອນ (LSE), ແລະບັນດາອົງການຈັດຕັ້ງທີ່ປຶກສາດ້ານການເງິນ ແລະນະໂຍບາຍເອກະລາດແຖວໜ້າຢູ່ລອນດອນ.

ໂດຍ: ໄຊນີດາ