ຊຸກຍູ້ບັນດາກໍາລັງໜູນເຕີບໂຕເຂດທົ່ງພຽງແມ່ນ້ຳຂອງ
ກປ.ອອນໄລ - ວັນທີ 20 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມ ຄັ້ງທີ 6 ຂອງສະພາປະສານງານເຂດທົ່ງພຽງແມ່ນ້ຳຂອງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຂດທົ່ງພຽງແມ່ນ້ຳຂອງ, ລວມມີ: ນະຄອນ ຮ່າໂນ້ຍ, ນະຄອນ ຫາຍຟ່ອງ, ແຂວງ ກວາງນິງ, ແຂວງ ຮືງອຽນ, ແຂວງ ບັກນິງ, ແຂວງ ນິງບິ່ງ ລ້ວນແຕ່ແມ່ນເຂດນໍາໜ້າກ່ຽວກັບເສດຖະກິດ, ເປັນເສົາຄ້ຳແຫ່ງການເຕີບໂຕຂອງເຂດ ແລະປະເທດ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວປາໄສໄຂກອງປະຊຸມ ຄັ້ງທີ 6 ຂອງສະພາປະສານງານເຂດທົ່ງພຽງແມ່ນ້ຳຂອງ. ພາບ: ສໍານັກຂ່າວສານຫວຽດນາມ. |
ເພື່ອຊຸກຍູ້ບັນດາກໍາລັງໜູນເຕີບໂຕຂອງບັນດາທ້ອງຖິ່ນ ແລະຂອງເຂດ, ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງມີຈິນຕະນາການປ່ຽນແປງໃໝ່, ມີການກະທໍາຢ່າງແຮງ, ມີວິໄສທັດຍາວນານ, ເປັນເຈົ້າການ, ໄຫວພິບຄ່ອງຕົວ, ປັບຕົວກັບສະພາບການຂອງໂລກ ແລະພາກພື້ນ.
ບັນດາທ້ອງຖິ່ນຕ້ອງເພີ່ມທະວີການເຊື່ອມຕໍ່ເຂດ, ພາກພື້ນ ແລະສາກົນ ເພື່ອຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເປັນຢ່າງດີ; ຍູ້ໄວຄວາມຄືບໜ້າໃຫ້ສຳເລັດບັນດາໂຄງການຕົ້ນຕໍ; ແກ້ໄຂບັນຫາເຮືອນຢູ່...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ຕ້ອງຕັດສິນນໍາເຂດທົ່ງພຽງແມ່ນ້ຳຂອງ ກາຍເປັນເຂດກຳລັງໜູນທີ່ສຳຄັນທີ່ສຸດຂອງປະເທດ, ປະກອບສ່ວນຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແຕ່ຍືນຍົງຂອງປະເທດ, ພ້ອມກັບພາກຕາເວັນອອກສ່ຽງໃຕ້, ສອງເຂດຍຸດທະສາດທີ່ສຸດປະກອບສ່ວນຊຸກຍູ້, ສ້າງກຳລັງໜູນໃຫ້ເຂດອື່ນໆ.
ໂດຍ: ຈາງຫງວຽນ