ປະທານປະເທດ ເລືອງເກື່ອງ ພ້ອມດ້ວຍພັນລະຍາ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80
ກປ.ອອນໄລ - ຕອນເຊົ້າວັນທີ 21 ກັນຍາ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງ ຮ່າໂນ້ຍ, ເດີນທາງໄປເຂົ້າຮ່ວມວາລະປະຊຸມລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມວາລະປະຊຸມລວມຂັ້ນສູງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025) ມີຄວາມໝາຍສໍາຄັນ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ສຳລັບລັດທິຫຼາຍຝ່າຍ ແລະບັນດາຄຸນຄ່າແກ່ນສານຂອງ ສປຊ. ການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງຂອງພັກ ແລະລັດ ທີ່ມີຕໍ່ການຮ່ວມມືຫຼາຍຝ່າຍ, ບັນດາໂຄງການດຳເນີນງານໃຫຍ່ຂອງ ສປຊ ເທົ່ານັ້ນ, ຫາກຍັງຢັ້ງຢືນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງຫວຽດນາມ ອີກດ້ວຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ອອກຈາກນະຄອນຫຼວງ ຮ່າໂນ້ຍ, ເດີນທາງໄປເຂົ້າຮ່ວມວາລະປະຊຸມລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80. ພາບ: ສໍານັກຂ່າວສານຫວຽດນາມ |
ຄຽງຂ້າງນັ້ນ, ການປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ກໍ່ດຳເນີນເນື່ອງໃນໂອກາດ ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (12-7-1995 / 12-7-2025) ແລະ 2 ປີແຫ່ງສອງປະເທດຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານ (9-2023 / 9-2025). ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດພ້ອມກັນຫວນຄືນການເດີນທາງກາຍເປັນເພື່ອນມິດ, ຄູ່ຮ່ວມມື, ຄູ່ຮ່ວມມືຮອບດ້ານ ເຖິງຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມທັງ ສ້າງເສັ້ນທາງເພື່ອສືບຕໍ່ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງຍືນຍົງ, ແທດຈິງ ແລະມີປະສິດທິຜົນ; ປຶກສາຫາລືກ່ຽວກັບບັນດາການກໍານົດທິດ ແລະມາດຕະການໃຫຍ່ເພື່ອສືບຕໍ່ຮັກສາທ່າພັດທະນາຢ່າງຕັ້ງໜ້າ, ໝັ້ນຄົງ, ແທດຈິງຂອງການພົວພັນໃນຊຸມປີຕໍ່ໄປ.
ໂດຍ: ຈາງຫງວຽນ