ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນຫວຽດນາມ - ຝລັ່ງ
ກປ.ອອນໄລ - ຕອນເຊົ້າວັນທີ 19 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ - ຫວຽດນາມ ຢູ່ສະພາສູງຝລັ່ງ, ໂດຍທ່ານສະມາຊິກສະພາສູງ Alain Cadec ປະທານກຸ່ມ ເປັນຫົວໜ້າຄະນະໃນໂອກາດມາຢ້ຽມຢາມ ຫວຽດນາມ.
ທ່ານນາງ ເລທິທູຮັ່ງ ໄດ້ຂອບໃຈກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ - ຫວຽດນາມ ທີ່ມີອາລົມຈິດທີ່ດີ ແລະການປະກອບສ່ວນລະອຽດ, ແທດຈິງໃຫ້ແກ່ຫວຽດນາມ, ກໍ່ຄືການພັດທະນາການພົວພັນຫວຽດນາມ - ຝລັ່ງ; ສະເໜີໃຫ້ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຢູ່ແຕ່ລະປະເທດສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະ ແລະການພົວພັນຫວຽດນາມ - ຝລັ່ງ ເວົ້າລວມ.
    |
 |
ທ່ານນາງ ເລທິທູຮັ່ງ ແລະທ່ານ Alain Cadec. ພາບ: baoquocte.vn |
ທ່ານປະທານ Alain Cadec ຢັ້ງຢືນວ່າ 2 ຝ່າຍຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດໃຫ້ຫຼາຍທີ່ສຸດ, ພິເສດແມ່ນບັນດາຂົງເຂດຍຸດທະສາດ ຄື: ພື້ນຖານໂຄງລ່າງດ້ວຍບັນດາໂຄງການກ່ຽວກັບທ່າທະເລ, ການບິນ, ທາງລົດໄຟຄວາມໄວສູງ, ການຈາລະຈອນໃນຕົວເມືອງ ແລະອື່ນໆ; ຫັນເປັນຫຼາຍຮູບຫຼາຍແບບ ແລະຮັບປະກັນແຫຼ່ງພະລັງງານ; ເຫັນດີເປັນເອກະພາບສະໜັບສະໜູນຊຸກຍູ້ລັດຖະສະພາຝລັ່ງ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ສະຫະພາບເອີລົບ (EVIPA).
ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສໍາຄັນ ແລະຕີລາຄາສູງການໜູນຊ່ວຍ, ການຮ່ວມມືຂອງ ຝລັ່ງ ໃນຂົງເຂດສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ວິທະຍາສາດ - ເຕັກໂນໂລຢີ ແລະນະວັດຕະກຳ, ສາທາລະນະສຸກ, ວັດທະນະທຳ ແລະອື່ນໆ, ສະເໜີວ່າ 2 ຝ່າຍເຮັດໃຫ້ເລິກເຊິ່ງ ແລະເພີ່ມທະວີການຮ່ວມມືໃນຂົງເຂດນີ້.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn |
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະຄວາມເປັນລະບຽບຮຽບຮ້ອຍບົນພື້ນຖານກົດໝາຍສາກົນ, ເນັ້ນໜັກເຖິງຄວາມເສລີ, ຄວາມປອດໄພໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ໃນການແກ້ໄຂການພິພາດໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
ໂດຍ: ໄຊນີດາ