6 ໝາກຜົນການພັດທະນາທີ່ຕັ້ງໜ້າຂອງການພົວພັນຫວຽດນາມ - ຈີນ

ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ສະເໝີຕົ້ນສະເໝີປາຍ ຖືການພັດທະນາການພົວພັນກັບຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ເປັນການເລືອກເຟັ້ນຍຸດທະສາດ, ທຳມະຊາດ ແລະບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບຈີນ ແລະ ປະເທດຕ່າງໆປະຕິບັດລັດທິຫຼາຍຝ່າຍ, ຊຸກຍູ້ການພັດທະນາແບບຍືນຍົງ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາໃຫຍ່ຂອງສາກົນ ແລະພາກພື້ນ. ທ່ານ ຟ້າມມິງຈິ໊ງ  ສະເໜີໃຫ້ຝ່າຍ ຈີນ ເປີດກວ້າງການນຳເຂົ້າຜະລິດຕະພັນກະເສດທີ່ມີຄຸນນະພາບສູງຂອງຫວຽດນາມ; ໜູນຊ່ວຍຫວຽດນາມ ໃນການຖ່າຍທອດເຕັກໂນໂລຢີ, ກໍ່ສ້າງລະບອບລະບຽບການ, ພື້ນຖານໂຄງລ່າງ, ພິເສດແມ່ນການບໍລິການເຕັກໂນໂລຢີ ແລະ ການຄ້າເອເລັກໂຕນິກ; ພັດທະນາປັນຍາປະດິດ (AI) ໃນຂົງເຂດການສຶກສາ,  ສາທາລະນະສຸກ, ການຄົມມະນາຄົມ ແລະກະສິກໍາ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍເພີ່ມທະວີການຮ່ວມມືດ້ານພະລັງງານຢ່າງຮອບດ້ານກວ່າເກົ່າ, ລວມມີພະລັງງານສະອາດ ແລະການຊື້ຂາຍໄຟຟ້າ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ສະເໜີໃຫ້ສອງຝ່າຍຍູ້ແຮງການແລກປ່ຽນຍຸດທະສາດຂັ້ນສູງ ແລະທຸກຂັ້ນ; ຊຸກຍູ້ການຮ່ວມມືທີ່ແທດຈິງເພື່ອບັນລຸໄດ້ໝາກຜົນລະອຽດຫຼາຍຢ່າງ; ເອົາໃຈໃສ່ເຖິງການເຊື່ອມຕໍ່ຍຸດທະສາດການພັດທະນາ ແລະ ພື້ນຖານໂຄງລ່າງຄົມມະນາຄົມ; ຍູ້ໄວການກໍ່ສ້າງດ່ານຊາຍແດນອັດສະລິຍະ ແລະເຂດຮ່ວມມືເສດຖະກິດຂ້າມຊາຍແດນ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ປາດຖະໜາວ່າ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ "ການເດີນທາງສີແດງ"  ຄົ້ນຄ້ວາ ແລະຮໍ່າຮຽນຢູ່ຈີນ ໃຫ້ແກ່ຊາວໜຸ່ມຫວຽດນາມ.

ສອງຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບບັນຫາບົນທະເລ, ເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນຢ່າງເຂັ້ມງວດ, ສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ເນປານ

ຕອນບ່າຍວັນທີ 31 ສິງຫາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) 2025 ຢູ່ນະຄອນທຽນສິນ ແລະ ເຮັດວຽກຢູ່ຈີນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ  Khadga Prasad Sharma Oli ນາຍົກລັດຖະມົນຕີເນປານ.

ຢູ່ທີ່ນີ້, ນາຍົກລັດຖະມົນຕີສອງທ່ານສະແດງຄວາມປາດຖະໜາຢາກຮັດແໜ້ນສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ ເຊິ່ງການນຳ ແລປະຊາຊົນສອງປະເທດລຸ້ນຕ່າງໆ ໄດ້ເພີ່ມພູນຄູນສ້າງໃນໄລຍະ 50 ປີຜ່ານມາ ນັບແຕ່ສ້າງຕັ້ງການພົວພັນທາງການທູດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ K.P Sharma Oli ນາຍົກລັດຖະມົນຕີເນປານ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານເຫັນດີຈະສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຊຸກຍູ້ການລົງນາມໃນສັນຍາຮ່ວມມືດ້ານການຄ້າ ແລະການລົງທຶນ... ໃຫ້ຫຼາຍກວ່າອີກ, ເພື່ອນໍາການພົວພັນສອງປະເທດໃຫ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມປາດຖະໜາຢາກຂອງສອງຝ່າຍ. ພ້ອມທັງ, ສອງຝ່າຍຢືນຢັນຄວາມຕັດສິນໃຈຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະໜັບສະໜູນ ເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢຶນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍບໍາລຸງສ້າງພະນັກງານ, ລັດຖະກອນຂອງເນປານ; ພ້ອມທັງສະເໜີໃຫ້ຝ່າຍເນປານ ເອົາໃຈໃສ່, ສະໜັບສະໜູນບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງຫວຽດນາມ, ໃນນັ້ນມີ Viettel ມາຊອກຮູ້ກາລະໂອກາດ ແລະຜັນຂະຫຍາຍ ການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດ ຢູ່ເນປານ.

* ຕອນເຊົ້າວັນທີ 31 ສິງຫາ, ຢູ່ນະຄອນທຽນສິນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບບັນດາກຸ່ມບໍລິສັດໃນຂົງເຂດພະລັງງານ, ພື້ນຖານໂຄງລ່າງ, ຜະລິດລົດໄຟຟ້າ, ທະນາຄານແຖວໜ້າຂອງຈີນ.

ທີ່ການເຮັດວຽກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນຳບັນດາກຸ່ມບໍລິສັດໄດ້ກວດກາຄືນໝາກຜົນການປະຕິບັດບັນດາເນື້ອໃນວຽກງານທີ່ໄດ້ຍົກອອກໃນການເຮັດວຽກກ່ອນໜ້ານັ້ນ, ພິເສດແມ່ນກວດກາຄືນການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດໃນຂົງເຂດທີ່ກ່ຽວຂ້ອງ; ກຳນົດບັນດາໜ້າທີ່ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງຜ່ານບັນດາໂຄງການ, ເວລາປະຕິບັດລະອຽດ; ໃນນັ້ນມີການໜູນຊ່ວຍຫວຽດນາມ  ພັດທະນາລະບົບນິເວດພະລັງງານ; ມີມາດຕະການແກ້ໄຂໃນການຫັນປ່ຽນພາຫະນະສີຂຽວໃຫ້ແກ່ຊາວຫວຽດນາມ; ໜູນຊ່ວຍດ້ານການເງິນເພື່ອໃຫ້ຫວຽດນາມ ເຊື່ອມຕໍ່ຕາໜ່າງໄຟຟ້າອາຊຽນ ແລະ ພັດທະນາການເຊື່ອມຕໍ່ຄົມມະນາຄົມກັບຈີນ...

* ຕອນບ່າຍວັນດຽວກັນ,  ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ.

ໂດຍ: ທູຈາງ