ທີ່ການຕ້ອນຮັບ, ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ໄດ້ແບ່ງປັນກັບຄະນະການນຳ ICAPP ກ່ຽວກັບເປົ້າໝາຍພັດທະນາຍຸດທະສາດ ແລະການກໍານົດທິດບຸກທະລຸຂອງຫວຽດນາມ ໃນສັງກາດໃໝ່. ພ້ອມທັງຢືນຢັນວ່າ: ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເຊີດຊູລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນຄະນະການນໍາ ICAPP ໄດ້ຕີລາຄາສູງບົດບາດນຳພາ ແລະອິດທິພົນຊື່ສຽງໃນເວທີສາກົນທີ່ນັບມື້ນັບສູງຂອງພັກກອມມູນິດ ຫວຽດນາມ, ຖືວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຜ່ານໃນໄລຍະທາງ 80 ປີ, ຫວຽດນາມ ກາຍເປັນແບບຢ່າງສ້າງແຮງບັນດານໃຈກ່ຽວກັບເອກະລາດ, ຄວາມອົງອາດກ້າຫານ, ຄວາມສາມັກຄີ, ການປ່ຽນແປງໃໝ່, ເຊື່ອມໂຍງ ແລະພັດທະນາ.

leftcenterrightdel
ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ພ້ອມດ້ວຍຄະນະການນໍາຂອງກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP).  ພາບ: ສໍານັກຂ່າວສານຫວຽດນາມ

ຄະນະການນໍາ ICAPP ຍັງຕີລາຄາສູງການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງພັກກອມມູນິດຫວຽດນາມ ໃນຖານະເປັນສະມາຊິກຄະນະປະຈຳ ICAPP; ປາດຖະໜາຢາກຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຕື່ມອີກ. ຄະນະການນໍາ ICAPP ເຊື່ອໝັ້ນວ່າ ດ້ວຍ “ການນໍາຫຼັກແຫຼ່ງ 4 ຄົນ” ແລະບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກ, ປະເທດ ແລະປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸໄດ້ບາດກ້າວຂະຫຍາຍກະໂດດກວ່າອີກໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ທູຈາງ