ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ
ກປ.ອອນໄລ - ວັນທີ 31 ສິງຫາ, ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Zhao Leji ກຳມະການຜູ້ປະຈຳການກົມການເມືອງ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ທີ 2 ກັນຍາ ແລະເປັນປະທານຮ່ວມວາລະປະຊຸມຄັ້ງປະຖົມມະເລິກ ຄະນະກໍາມະການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນກັບຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ເປັນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງ, ນະໂຍບາຍການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ ແລະນະໂຍບາຍປ້ອງກັນຊາດ “4 ບໍ່”. ຕາມທ່ານ ໂຕເລິມ ແລ້ວ, ສອງປະເທດຄວນສາມັກຄີ ຢ່າງແໜ້ນແຟ້ນ, ຮ່ວມເດີນທາງໝັ້ນຄົງບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
    |
 |
ທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະເໜີໃຫ້ອົງການນິຕິບັນຍັດຂອງສອງປະເທດຊຸກຍູ້ຄວາມສະໜິດຕິດພັນລະຫວ່າງສອງພື້ນຖານເສດຖະກິດ, ໃຫ້ບຸລິມະສິດສູງສຸດແກ່ການຮ່ວມມືທາງລົດໄຟ, ຊຸກຍູ້ການຄ້າພັດທະນາຕາມທິດດຸນດ່ຽງກັນ ແລະຍືນຍົງ, ເປີດປະຕູຕະຫຼາດຂອງກັນໃຫ້ຫຼາຍກວ່າອີກ; ສະໜິດຕິດພັນໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ... ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະເໜີສອງຝ່າຍສືບຕໍ່ຄວບຄຸມ, ແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ, ຕັ້ງຕົນເອງເຂົ້າໃນທີ່ຕັ້ງຂອງກັນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເພື່ອໃຫ້ສອງປະເທດສັງຄົມນິຍົມສຸມໃສ່ຊຸກຍູ້ສັງກາດໃໝ່ ແລະສັງກາດພັດທະນາຂອງສອງຊາດ.
    |
 |
ຜູ້ແທນທີ່ການພົບປະ. ພາບ: qdnd.vn |
ສ່ວນທ່ານ Zhao Leji ກໍາມະການຜູ້ປະຈໍາການກົມການເມືອງ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ພ້ອມກັບຫວດຽນາມເຂົ້າສູ່ລວງເລິກການຮ່ວມມືແທດຈິງ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດລະຫວ່າງສອງພື້ນຖານເສດຖະກິດ; ພ້ອມກັນຄວບຄຸມໃຫ້ສົມເຫດສົມຜົນ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.
ທ່ານ Zhao Leji ຢືນຢັນວ່າ ຈີນ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ. ທ່ານ Zhao Leji ຍັງເຫັນດີເຫັນກັບຄຳເຫັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະແມ່ນທິດບຸລິມະສິດໃນນະໂຍບາຍການທູດຖານບ້ານໃກ້ເຮືອນຄຽງ.
ໂດຍ: ທູຈາງ