ທີ່ການພົບປະຕ່າງໆ, ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄປຢ້ຽມຢາມ ເນປານ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບເນປານ; ແລະຂອບໃຈຝ່າຍເນປານ ທີ່ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ແລະໃນການສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ແລະທ່ານ Ram Chandra Poudel ປະທານາທິບໍດີເນປານ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານາທິບໍດີ ແລະນາຍົກລັດຖະມົນຕີເນປານ ສົ່ງຄໍາອວຍພອນເນື່ອງໃນໂອກາດ 80 ປີແຫ່ງວັນຊາດ ສສ ຫວຽດນາມ; ຍົກອອກຢ່າງຈະແຈ້ງເຖິງນໍ້າໃຈມິດຕະພາບ ທີ່ການນໍາ ແລະປະຊາຊົນເນປານ ສະຫງວນໃຫ້ຫວຽດນາມ; ເນັ້ນໜັ້ກວ່າ ເນປານ ຖືຫວຽດນາມ ແມ່ນແບບຢ່າງສໍາເລັດຜົນໃນການພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ, ປາດຖະໜາຖອດຖອນບົດຮຽນຮູບແບບການພັດທະນາເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມຂອງຫວຽດນາມ.

ທ່ານປະທານາທິບໍດີ ແລະນາຍົກລັດຖະມົນຕີເນປານ ຕີລາຄາສູງຄວາມໝາຍການຢ້ຽມຢາມຂອງທ່ານນາງຮອງປະທານປະເທດ; ເຫັນດີວາງອອກການກໍານົດທິດໃຫຍ່ໃຫ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຊຸກຍູ້ການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນຢ່າງແຂງແຮງກວ່າອີກ...

ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ເຫັນດີໂດຍຖືວ່າ, ບົນພື້ນຖານສາຍພົວພັນທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນຕະຫຼອດໄລຍະ 50 ປີຜ່ານມາ, ສອງຝ່າຍຄວນຕັ້ງໜ້າກວດກາຄືນ ແລະຕັ້ງໜ້າຜັນຂະຫຍາຍບັນດາກົນໄກ, ຂອບການຮ່ວມມືທີ່ມີຢູ່ແລ້ວ, ຊຸກຍູ້ການລົງນາມໃນບັນດາເອກະສານ, ສັນຍາສະບັບໃໝ່ເພື່ອສ້າງຂອບການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ...

ໂດຍ: ທູຈາງ