ການເຈລະຈາເຈົ້າໜ້າທີ່ອາວຸໂສສອງກະຊວງການຕ່າງປະເທດຫວຽດນາມ ແລະອົດສະຕາລີ ຄັ້ງທຳອິດ
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງທ່ານນາງ Michelle Chan ຮອງລັດຖະມົນຕີການຕ່າງປະເທດອົດສະຕາລີ, ທ່ານ ຫງວຽນແມ້ງເກື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໄປຢ້ຽມຢາມອົດສະຕາລີ ແລະເປັນປະທານຮ່ວມການເຈລະຈາເຈົ້າໜ້າທີ່ອາວຸໂສສອງກະຊວງການຕ່າງປະເທດ (SoT) ຄັ້ງທີ 1 ໃນລະຫວ່າງວັນທີ 4 – 7 ສິງຫາ.
ທີ່ການເຈລະຈາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງເລິກເຊິ່ງກວ້າງຂວາງຂອງການພົວພັນສອງຝ່າຍ ນັບແຕ່ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະສະແດງຄວາມເພິ່ງພໍໃຈທີ່ເຫັນວ່າເນື້ອໃນຂອງການພົວພັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະມີປະສິດທິຜົນໃນທັງ 6 ເສົາຄ້ຳ ດ້ວຍກວ່າ 100 ການເຄື່ອນໄຫວຮ່ວມມືໄດ້ສໍາເລັດ, ເກືອບ 60 ການເຄື່ອນໄຫວພວມຜັນຂະຫຍາຍຖືກຕາມຄວາມຄືບໜ້າ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ຮັບຮອງເອົາບົດລາຍງານກວດກາປະຈຳປີຂອງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ໄລຍະ 2024-2027.
    |
 |
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານນາງ Michelle Chan ຮອງລັດຖະມົນຕີການຕ່າງປະເທດອົດສະຕາລີ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ສອງຝ່າຍ ຕີລາຄາສູງການຮ່ວມມືດ້ານການເມືອງ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເຂົ້າສູ່ລວງເລິກ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະອົດສະຕາລີ ນັບມື້ນັບເພີ່ມຂຶ້ນ. ພິເສດແມ່ນສອງຝ່າຍໄດ້ຮັກສາບັນດາກົນໄກແລກປ່ຽນ, ການເຈລະຈາສອງຝ່າຍຢ່າງເປັນປະຈຳ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ.
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040 ແລະຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດຫວຽດນາມ - ອົດສະຕາລີ (EEES) ຢ່າງມີປະສິດທິຜົນ, ຊຸກຍູ້ການປັບປຸງສະບັບຮ່າງໃຫ້ສໍາເລັດ ແລະມຸ່ງໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍເສດຖະກິດດີຈີຕອນ, ຈັດຕັ້ງການເຈລະຈາຂັ້ນລັດຖະມົນຕີກ່ຽວກັບພະລັງງານ ແລະແຮ່ທາດໂດຍໄວ, ສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນບັນດາກົນໄກ, ການເຊື່ອມຈອດເສດຖະກິດຫຼາຍຝ່າຍໃນພາກພື້ນ ກໍ່ຄື ບັນດາສັນຍາການຄ້າເສລີທີ່ສອງຝ່າຍ ເປັນພາຄີ.
ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຜັນຂະຫຍາຍຂໍ້ລິເລີ່ມການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງ ອົດສະຕາລີ - ຫວຽດນາມ (Aus4Innovation).
ໂດຍ: ຈາງຫງວຽນ