“ຍົກສູງການພົວພັນຫວຽດນາມ - ອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ກາຍເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະອາຟຣິກາ” ແມ່ນຫົວຂໍ້ຂອງບົດກ່າວປາໄສນະໂຍບາຍຂອງທ່ານປະທານປະເທດ ເລືອງເກື່ອງ ທີ່ກອງປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດອັງໂກລາ ເຊິ່ງດຳເນີນໃນຕອນບ່າຍຂອງວັນທີ 7 ສິງຫາ (ຕາມເວລາທ້ອງຖິ່ນ).

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ໃນນະໂຍບາຍການຕ່າງປະເທດ, ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບພາກພື້ນອາຟຣິກາ, ພິເສດແມ່ນກັບອັງໂກລາ. ຫວຽດນາມ ປາດຖະໜາຢາກນຳການພົວພັນລະຫວ່າງຫວຽດນາມ - ອັງໂກລາ ເຂົ້າສູ່ໄລຍະໃໝ່ດ້ານການເມືອງໃຫ້ເລິກເຊິ່ງ, ເສດຖະກິດເຂັ້ມແຂງກວ່າ, ເປີດກວ້າງການພົບປະແລກປ່ຽນປະຊາຊົນກວ່າ; ຍູ້ແຮງການຮ່ວມມືກັບອັງໂກລາ, ຊຸກຍູ້ການພົວພັນ "ຄູ່ຮ່ວມມືພັດທະນາພ້ອມກັນ", ນໍາການພົວພັນລະຫວ່າງຫວຽດນາມ - ອັງໂກລາ ກາຍເປັນແບບຢ່າງໃນການຮ່ວມມື ໃຕ້-ໃຕ້.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ກ່າວຄໍາເຫັນນະໂຍບາຍທີ່ສະພາແຫ່ງຊາດອັງໂກລາ. ພາບ: vov.vn

ທ່ານປະທານປະເທດ ສະເໜີບັນດາທິດທາງການຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດອາຟຣິກາ ໃນໄລຍະຈະມາເຖິງ. “ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ໃຫ້ສົມກັບການພົວພັນທາງການເມືອງອັນດີງາມ ແລະຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ. ຫວຽດນາມ ແລະອັງໂກລາ ລ້ວນແຕ່ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນຂອງສອງພາກພື້ນ. ມີວິສາຫະກິດຫວຽດນາມ ຫຼາຍແຫ່ງໃນຂົງເຂດໂທລະຄົມ, ກະສິກຳ, ນ້ຳມັນອາຍແກັສ, ບໍ່ແຮ່... ໄດ້ເຄື່ອນໄຫວ ແລະດຳເນີນທຸລະກິດຢູ່ບັນດາປະເທດອາຟຣິກາ ຢ່າງມີປະສິດທິຜົນ... ຂ້າພະເຈົ້າ ເຊື່ອໝັ້ນຢ່າງເຕັມທີ່ວ່າຖ້າຫາກພວກເຮົາເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ ແລະການເຊື່ອມຕໍ່ການຄ້ານັ້ນ ເລື່ອງຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 1 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງຈະເປັນໄປໄດ້ຢ່າງສິ້ນເຊີງ.”

leftcenterrightdel
ບັນຍາກາດທີ່ການກ່າວຄໍາເຫັນນະໂຍບາຍ. ພາບ: vov.vn

ທ່ານປະທານປະເທດ ໄດ້ຕີລາຄາສູງບົດບາດຂອງອັງໂກລາ ໃນຖານະເປັນປະທານສະຫະພັນອາຟຣິກາ (AU) ໃນປີ 2025 ແລະໃຫ້ຮູ້ວ່າ ໃນປີ 2029, ຫວຽດນາມ ຈະເປັນປະທານສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ສະນັ້ນ, ທ່ານປະທານປະເທດ ປາດຖະໜາວ່າ ອັງໂກລາ ຈະໜູນຊ່ວຍຫວຽດນາມ ເພີ່ມທະວີການພົວພັນກັບ AU ໃນບັນດາຂົງເຂດບຸລິມະສິດໃນໂຄງການດໍາເນີນງານປະຕິບັດວິໄສທັດ 2063 ຂອງ AU ເຊັ່ນ: ຄວາມໝັ້ນຄົງ, ສັນຕິພາບ, ກະສິກຳ, ການສຶກສາ, ສາທາລະນະສຸກ, ການຫັນເປັນດີຈີຕອນ ແລະອື່ນໆ. ສ່ວນຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍອັງໂກລາ ແລະບັນດາອົງການຈັດຕັ້ງພາກພື້ນຂອງອາຟຣິກາ ຊຸກຍູ້ການພົວພັນກັບ ອາຊຽນ ແລະບັນດາປະເທດສະມາຊິກ.

ພາຍຫຼັງບົດກ່າວຄຳປາໄສ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີການພົບປະກັບປະທານສະພາແຫ່ງຊາດ ອັງໂກລາ Carolina Cerqueira. ນະທີ່ນີ້, ທ່ານ ເລືອງເກື່ອງ ສະເໜີໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດ ຄວນເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການລະຫວ່າງບັນດາກໍາມາທິການ, ຜູ້ແທນສະພາແຫ່ງຊາດສອງປະເທດ, ຊຸກຍູ້ການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ອັງໂກລາ ແລະເພີ່ມທະວີການສົມທົບ, ປຶກສາຫາລືຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ຄື: ສະຫະພັນລັດຖະສະພາສາກົນ, ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ.

ສອງຝ່າຍກໍ່ເຫັນດີເປັນເອກະສັນສ້າງເງື່ອນໄຂດ້ານກົດໝາຍ ເພື່ອໜູນຊ່ວຍການຮ່ວມມືສອງຝ່າຍ, ຊຸກຍູ້ການຜັນຂະຫຍາຍບັນດາສັນຍາຮ່ວມມືທີ່ໄດ້ລົງນາມ, ຊຸກຍູ້ການເຈລະຈາກ່ຽວກັບບັນດາເອກະສານສຳຄັນ ແລະມີຄວາມໝາຍໃນບັນດາຂົງເຂດການລົງທຶນ, ການຄ້າ, ນ້ຳມັນອາຍແກັດ, ພະລັງງານ, ບໍ່ແຮ່, ກະສິກຳ, ທະນາຄານ ແລະອື່ນໆ.

ໂດຍ: ໄຊນີດາ