leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ແລະພັນລະຍາ ໄປຮອດສະໜາມບິນສາກົນ Quatro de Fevereiro ຢູ່ນະຄອນຫຼວງ Luanda. ພາບ: qdnd.vn

ຕ້ອນຮັບທ່ານ ເລືອງເກື່ອງ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນ Luanda, ຝ່າຍອັງໂກລາ ມີທ່ານ Téte António ລັດຖະມົນຕີການຕ່າງປະເທດ; ທ່ານ Fernando Miguel ເອກອັກຄະລັດຖະທູດ ອັງໂກລາ ປະຈຳ ຫວຽດນາມ; ທ່ານ Luis Manuel da Fonseca ເຈົ້າແຂວງ Luanda; ທ່ານ Jorge Pataca ຫົວໜ້າກົມພິທີການແຫ່ງລັດ, ກະຊວງການຕ່າງປະເທດອັງໂກລາ. ຝ່າຍຫວຽດນາມ ມີ ທ່ານ ເຢືອງຈິ້ງຈຶກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັງໂກລາ ແລະພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ອັງໂກລາ.

leftcenterrightdel
ບັນດາເຈົ້າໜ້າທີ່ລັດຖະບານອັງໂກລາ ຕ້ອນຮັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn
leftcenterrightdel
ບັນຍາກາດພິທີຕ້ອນຮັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn

ການຢ້ຽມຢາມ ອັງໂກລາ ຂອງທ່ານປະທານປະເທດ ໃນຄັ້ງນີ້ ແມ່ນເຫດການສຳຄັນ, ກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (12 ພະຈິກ 1975 / 12 ພະຈິກ 2025), ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ. ການຢ້ຽມຢາມຍັງສະແດງໃຫ້ເຫັນການຖືເປັນສໍາຄັນຂອງຫວຽດນາມ ທີ່ມີຕໍ່ອັງໂກລາ, ທັງຢັ້ງຢືນການພົວພັນອັນສັດຊື່ບໍລິສຸດຜຸດຜ່ອງ ທີ່ໄດ້ຮັບການກໍາເນີດ ແລະຝຶກຝົນຫຼໍ່ຫຼອມໃນໄລຍະຕໍ່ສູ້ປົດປ່ອຍຊາດ, ທັງເປັນໂອກາດເພື່ອໃຫ້ສອງປະເທດແລກປ່ຽນທິດທາງຮ່ວມມືເພື່ອນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ.

ໃນຂອບເຂດການຢ້ຽມຢາມ, ຄາດວ່າ ທ່ານ ເລືອງເກື່ອງ ຈະມີການເຈລະຈາຂັ້ນສູງກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ; ພົບປະກັບທ່ານ Carolina Cerqueira ປະທານສະພາແຫ່ງຊາດ; ເຮັດວຽກກັບການນໍາພັກຂະບວນການປະຊາຊົນປົດປ່ອຍອັງໂກລາ; ພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ອັງໂກລາ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ພິເສດ, ທ່ານປະທານປະເທດ ຈະກ່າວຄຳປາໄສທີ່ສຳຄັນຢູ່ສະພາແຫ່ງຊາດ ອັງໂກລາ.

ໂດຍ: ກວຽດເຕິມ